(ພາບປະກອບຈາກ ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ໂດຍໄດ້ຮັບຂ່າວຢູ່ແຂວງ ແຢວນໜານ, ປະເທດຈີນ ໄດ້ເກີດເຫດແຜ່ນດິນໄຫວທີ່ຮ້າຍແຮງ, ກໍ່ຜົນເສຍຫາຍກ່ຽວກັບຊີວິດອິນຊີ, ຊັບສິນ ແລະ ສົ່ງຜົນສະທ້ອນຫຼາຍຢ່າງເຖິງຊີວິດຂອງປະຊາຊົນ ຈີນ, ວັນທີ 4/8, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສືຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ, ທ່ານປະທານສະພາແຫ່ງຊາດ ຈາງເຕີຈຽງ ແລະ ປະຊາຊົນເຂດປະສົບເຄາະຮ້າຍ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ກໍ່ໄດ້ຝາກໂທລະເລກເຖິງທ່ານຮອງນາຍົກລັດຖະມົນຕີ ຈີນ ຢາງເຈຍຊື້, ລັດຖະມົນຕີການຕ່າງປະເທດ ຈີນ ອວາງອີ໋, ເລຂາຄະນະພັກ ສິນກວາງຢຸງ ແລະ ເຈົ້າແຂວງ ຢວຽນໜານ ຫຼີຈີເຂີງ.