ທ່ານປະທານປະເດ ເຈືອງເຕີນຊາງ ຕ້ອນຮັບ
ທ່ານນາງ Anna Burke ປະທານສະພາຕຳ່ ອົດສະຕາລີ
(ພາບ: vietnamplus.vn)
(vovworld) - ວັນທີ 23/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໃຫ້ການຕ້ອນຮັບທ່ານນາງ Anna Burke, ປະທານສະພາຕຳ່ອົດສະຕາລີ, ເຂົ້າຢ້ຽມຄຳນັບຕາມພິທີການທູດ, ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະແດງຄວາມເຊື່ອໝັ້ນວ່າ, ໝາກຜົນແຫ່ງການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາງປະທານສະພາຕຳ່ Anna Burke ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດກວ່າອີກ, ທ່ານກໍ່ໄດ້ຊົມເຊີຍເລື່ອງສະພາແຫ່ງຊາດອົດສະຕາລີ ແລະ ສະພາແຫ່ງຊາດຫວຽດນາມ ລົງນາມໃນຂໍ້ຕົກລົງຮ່ວມມືສະບັບໃໝ່, ພ້ອມທັງຢືນຢັນຈະສ້າງເງື່ອນໄຂ ເພື່ອໃຫ້ສອງອົງການນິຕະບັນຍັດສືບຕໍ່ຮ່ວມມືສຳເລັດຜົນ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕີລາຄາສູງການພົວພັນລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ ໃນຕະຫຼອດ 40 ປີຜ່ານມາ, ແລະ ຢືນຢັນວ່າ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມຢູ່ອົດສະຕາລີ, ຫວັງວ່າ ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນອົດສະຕາລີ ຈະສ້າງເງື່ອນໄຂ ເພື່ອໃຫ້ປະຊາຄົມຊາວຫວຽດນາມເຊື່ອມໂຍງ, ສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງປະເທດອົດສະຕາລີ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ
ທ່ານນາງ Anna Burke ປະທານສະພາຕຳ່ ອົດສະຕາລີ
(ພາບ: VGP/Nhật Bắc)
ກ່ອນໜ້ານັ້ນຕອນບ່າຍວັນທີ 22/5, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ມີການພົບປະເຈລະຈາກັບປະທານສະພາຕຳ່ ອົດສະຕາລີ ທ່ານນາງ Anna Burke ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ 2 ຝ່າຍຄວນປະຕິບັດບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ແລກປ່ຽນການຄ້າ ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂເພື່ອນຳສິນຄ້າຂອງແຕ່ລະປະເທດເຂົ້າຕະຫຼາດຂອງກັນຢ່າງສະດວກສະບາຍ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸລະດັບສູງໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍ່ສະເໜີໃຫ້ 2 ຝ່າຍສົມທົບກັນດ້ວຍຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກໍ່ຄືຫຼັກໝັ້ນຂອງ ອາຊຽນ ກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂບັນດາການພິດພາດກັນບົນທະເລຕາເວັນອອກດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ສະເໜີໃຫ້ ອົດສະຕາລີ ສືບຕໍ່ສະໜອງ ODA ໃຫ້ແກ່ ຫວຽດນາມ.
ທ່ານນາງປະທານສະພາຕຳ່ ອົດສະຕາລີ Anna Burke ຢືນຢັນວ່າ: ຍາມໃດ ອົດສະຕາລີ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ພິເສດແມ່ນໃນບັນດາຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ... ທ່ານນາງປະທານສະພາຕຳ່ ອົດສະຕາລີ Anna Burke ເນັ້ນໜັກວ່າ: ອົດສະຕາລີ ຈະເຮັດຈົນສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ, ພ້ອມທັງຖືວ່າ: ເລື່ອງປະຕິບັດບັນດາມາດຕະການໂດຍສັນຕິ, ເຄົາລົບພື້ນຖານນິຕິກຳ ແມ່ນວິທີດີທີ່ສຸດໃຫ້ແກ່ການແກ້ໄຂບັນດາການພິດພາດກັນຢູ່ທະເລຕາເວັນອອກ.