ການນຳຫວຽດນາມ ຝາກໂທລະເລກ ຊົມເຊີຍການນຳ ຈີນ
(vovworld) - ເນື່ອງໃນໂອກາດທີ່ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 ເລືອກຕັ້ງການນຳໃໝ່ຂອງ ລັດ ຈີນ, ທ່ານປະທານປະເທດ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ ເຈືອງເຕີນຊາງ ໄດ້ຝາກໂທລະເລກຊົມເຊຍເຖິງທ່ານປະທານປະເທດ, ປະທານຄະນະກຳມະການທະຫານສູນກາງຈີນ ສືຈິນຜິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຝາກໂທລະເລກຊົມເຊີຍໄປຍັງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຝາກໂທລະເລກຊົມເຊີຍເຖິງຫົວໜ້າກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາງຕືຈຽງ ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ກໍໄດ້ສົ່ງໂທລະເລກຊົມເຊີຍເຖິງຮອງປະທານປະເທດ ຈີນ ຫຼີຢວຽນທາວ.
ໃນໂທລະເລກຊົມເຊີຍ, ບັນດາການນຳ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຄະນະການນຳໃໝ່ຂອງ ຈີນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ມີບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.