( vovworld ) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຕອນເຊົ້າວັນທີ 5/3, ທ່ານປະທານສະພາແຫ່ງຊາດແດນມາກ Mogens Lykketoft ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນສະພາແຫ່ງຊາດແດນມາກ ໄດ້ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຕອນບ່າຍວັນທີ 5/3, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດແດນມາກ Mogens Lykketoft.
ທີ່ການເຈລະຈາພາຍຫຼັງການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ, ແດນມາກ ຈະສືບຕໍ່ສະໜັບສະໜູນເລື່ອງ EU ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມຢ່າງຄົບຖ້ວນ ກໍຄືຊຸກຍູ້ EU ເຈລະຈາ FTA ກັບຫວຽດນາມໂດຍໄວ. ສອງຝ່າຍໄດ້ຕີລາຄາສູງເລື່ອງສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ ແລະ ການເຕີນໂຕຂຽວ, ຊ່ວຍຫວຽດນາມ ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແດນມາກໃນບັນດາຂົງເຂດນີ້ເປັນຢ່າງດີ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອທາບທາມ, ຮຳ່ຮຽນເອົາບົດຮຽນໃນການເຄື່ອນໄຫວນິຕິບັນຍັດ ແລະ ຕິດຕາມກວດກາ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນບົດຮຽນໃນວຽກງານລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດສອງປະເທດ ແລະ ບັນດາສະມາຊິກສະພາແຫ່ງຊາດ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ພ້ອມທັງ, ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ, ໂຄງການຮ່ວມມື, ສ້າງເງື່ອນໄຂສະດວກໜູນຊ່ວຍເພື່ອໃຫ້ວິສາຫະກິດຂອງສອງປະເທດລົງທຶນ ແລະ ດຳເນີນທຸລະກິດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.
ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ແຈ້ງໃຫ້ຊາບ ແລະ ໄຈ້ແຍກ ເຮັດແຈ້ງບັນດາບັນຫາສຳຄັນເຊິ່ງກ່ຽວຂ້ອງເຖິງການປັບປຸງລັດຖະທຳມະນູນປີ 1992 ເຊິ່ງຄະນະຜູ້ແທນສະພາແຫ່ງຊາດແດນມາກມີຄວາມສົນໃຈ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍ່ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດແດນມາກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະແດງຄວາມປາດຖະໜາວ່າ ສະພາແຫ່ງຊາດແດນມາກ ຈະສະໜັບສະໜູນການເຄື່ອນໄຫວຮ່ວມມືໃນຂົງເຂດຕ່າງໆລະຫວ່າງລັດຖະບານສອງປະເທດ, ໃນນັ້ນມີການສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂື້ນສູງ, ໜູນຊ່ວຍທຶນ ODA ໃຫ້ແກ່ຫວຽດນາມ; ຮ່ວມມືໃນການສ້າງກົດໝາຍ… ທ່ານປະທານສະພາແຫ່ງຊາດແດນມາກ ຢັ້ງຢືນວ່າ, ສະພາແຫ່ງຊາດແດນມາກຍາມໃດກໍສະໜັບສະໜູນການເຄື່ອນໄຫວຮ່ວມມືລະຫວ່າງລັດຖະບານສອງປະເທດໂດຍສະເພາະແມ່ນບັນດາການເຄື່ອນໄຫວຮ່ວມມືຕາມຂໍ້ສະເໜີຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ພ້ອມກັນນັ້ນກໍສະເໜີວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດປະຕິຮູບດ້ານຍຸດຕິທຳ, ຖືວ່າ ນີ້ແມ່ນຂົງເຂດທີມີຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດ.