(vovworld) – ວັນທີ 27/09, ການນຳສູງສຸດອີຣານ Ali Khamenei ໄດ້ຮຽກຮ້ອງໃຫ້ ຊະອຸດີອາຣາເບຍ ຕ້ອງຂໍໂທດຕໍ່ເຫດຢຽບກັນຢູ່ໂບດສັກສິດ Mecca ໃນວັນທີ 24/09 ເຮັດໃຫ້ 770 ຄົນເສຍຊີວິດ, ໃນນັ້ນມີຊາວອີຣານ 144 ຄົນ. ທ່ານ Ali Khamenei ຊີແຈ້ງວ່າ ອຳນາດການປົກຄອງ ຊະອຸດີອາຣາເບຍ ຕ້ອງຮັບຜິດຊອບໜ້າທີ່ ແລະ ຂໍໂທດຊາວມຸດສລິມ ໃນທົ່ວໂລກ ກໍຄືຄອບຄົວບັນດາຜູ້ຖືກເຄາະຮ້າຍ. ໃນຊຸມມືຜ່ານມາ, ບັນດາການນຳອີຣານ ໄດ້ຕຳໜິຕິຕຽນເຈົ້າໜ້າທີ ຊະອຸດີອາຣາເບຍ ກ່ຽວກັບການຄຸມຄອງຄວາມປອດໄພໃນພິທີນະມັດສະການ Haji, ພ້ອມທັງສົງໄສຕໍ່ເລື່ອງ Riyadh ຈະເໝາະສົມເພື່ອສືບຕໍ່ຈັດຕັ້ງພິທີດັ່ງກ່າວປະຈຳປີອີກ ຫຼື ບໍ່. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາ ພາຍຫຼັງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຊະອຸດີອາຣາເບຍ Adel Al Jubeir ເນັ້ນໜັກວ່າເຫດຢຽບກັນຜ່ານມາ ບໍ່ກ່ຽວຂ້ອງເຖິງບັນຫາການເມືອງ.