ການນຳອາເມລິກາ,ຈີນເປັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນເວລາມີຄວາມບໍ່ລົງລອຍກັນ
ພາບປະກອບ
(vovworld) – ວັນທີ 15/7, ທຳນຽບຂາວໄດ້ປະກາດວ່າ: ປະທານາທິບໍດີ Barack Obama ມີການໂອ້ລົມທາງໂທລະສັບກັບປະທານປະເທດ ຈີນ ສື້ຈີ້ນຜິງ ຍອມຮັບເລື່ອງ 2 ປະເທດຍັງມີຄວາມບໍ່ລົງລອຍກັນແຕ່ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືນຳກັນໃນບັນດາບັນຫາ 2 ຝ່າຍ, ພາກພື້ນ ແລະ ທົ່ວໂລກ. ໃນການໂອ້ລົມທາງໂທລະສັບໃນວັນທີ 14/7, ທ່ານປະທານາທິບໍດີ Obama ເວົ້າກັບທ່ານປະທານປະເທດ ສື້ຈີ້ນຜິງວ່າ: ທ່ານຫວັງວ່າການພົວພັນ ອາເມລິກາ - ຈີນ ໄດ້ຮັບການເພີ່ມທະວີດ້ວຍເລື່ອງເພີ່ມທະວີການຮ່ວມມື, ຄຸ້ມຄອງ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນແບບສ້າງສັນ. ໃນການໂອ້ລົມສົນທະນາ, ການນຳ 2 ທ່ານກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາບັນດາໂຄງການນິວເຄຼຍທີ່ກໍ່ຄວາມຖົກຖຽງກັນຂອງ ອີຣານ ແລະ ສປປ ເກົາຫຼີ. ທ່ານ Obama ກໍ່ເນັ້ນໜັກຄວາມຕ້ອງການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນເຄື່ອນໄຫວລະຫວ່າງ ອາເມລິກາ ແລະ ຈີນ ເພື່ອແນໃສ່ຮັບປະກັນວ່າ ພຽງຢາງ ຈະເຄົາລົບຄຳໝັ້ນສັນຍາປອດນິວເຄຼຍໃນແຫຼມ ເກົາຫຼີ.