ການນຳ ຍີ່ປຸ່ນ ແລະ ລາວ ເຈລະຈາກ່ຽວກັບການປະຕິບັດແຜນການພັດທະນາລວມ

(VOVWORLD) - ວັນທີ 07 ມິຖຸນາ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ມີການພົບປະເຈລະຈາຢູ່ນະຄອນຫລວງ ໂຕກຽວ
ການນຳ ຍີ່ປຸ່ນ ແລະ ລາວ ເຈລະຈາກ່ຽວກັບການປະຕິບັດແຜນການພັດທະນາລວມ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: AFP)

2 ຝ່າຍແລກປ່ຽນກ່ຽວກັບການຜັນຂະຫຍາຍລະອຽດແຜນການພັດທະນາລວມ ລວມມີການລົງທຶນເຂົ້າໃນການຂົນສົ່ງ, ຜະລິດ ແລະ ຈຳໜ່າຍໄຟຟ້າ, ແຫຼ່ງຊັບພະຍາກອນມະນຸດ, ກະສິກຳ ແລະ ບັນດາກິດຈະການສາທາລະນະ. ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ: ດ້ວຍຖານະເປັນຄູ່ຮ່ວມມືຍຸດທະສາດຂອງ ລາວ, ຮອດປີ 2020 ຍີ່ປຸ່ນ ຈະຊ່ວຍ ລາວ ມີບັນດາບາດກ້າວ, ອອກຈາກບັນຊີລາຍຊື່ບັນດາປະເທດດ້ອຍພັດທະນາຂອງສະຫະປະຊາຊາດ. ສ່ວນທ່ານ ທອງລຸນ ສີສຸລິດ ຕີລາຄາສູງການປະກອບສ່ວນຂອງ ຍີ່ປຸ່ນ ແລະ ໃຫ້ຮູ້ວ່າ: ຈະສ້າງສະພາບແວດລ້້ອມສະດວກໃຫ້ບັນດາບໍລິສັດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ລາວ. ທ່ານ ທອງລຸນ ສີສຸລິດ ກໍ່ຊົມເຊີຍຄຳໝັ້ນສັນຍາຂອງ ຍີ່ປຸ່ນ ກ່ຽວກັບທາງຄົມມະນາຄົມ ແລະ ການລົງທຶນພື້ນຖານໂຄງລ່າງອື່ນໆໃນແລວເສດຖະກິດຕາເວັນອອກ -ຕາເວັນຕົກ ໂດຍຜ່ານແມ່ນ້ຳຂອງ ເພື່ອປັບປຸງການເຊື່ອມຈອດລະຫວ່າງບັນດາປະເທດໃນພາກພື້ນ. ການນຳ 2 ທ່ານກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາບັນຫາຮີບດ່ວນໃນພາກພື້ນ ແລະ ສາກົນ, ລວມ ທັງ ສປປ.ເກົາຫຼີ ແລະ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ