ການນຳ ລັດເຊຍ, ຕວກກີ ໂອ້ລົມທາງໂທລະສັບກ່ຽວກັບບັນຫາ ຊີຣີ

(VOVWORLD) - ວັງ Kremlin ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບໃນວັນທີ 12 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວກກີ Recep Tayyip Erdogan ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢູ່ພາຍໃນ ແລະ ອ້ອມແອ້ມ ຊີຣີ.
ການນຳ ລັດເຊຍ, ຕວກກີ ໂອ້ລົມທາງໂທລະສັບກ່ຽວກັບບັນຫາ ຊີຣີ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວກກີ Recep Tayyip Erdogan (ພາບ: AFP/TTXVN)

ການນຳ 2 ທ່ານເນັ້ນໜັກວ່າ ຄວາມສຳຄັນຂອງການຮັບປະກັນບັນດາເງື່ອນໄຂຈຳເປັນ ເພື່ອໃຫ້ຄະນະປະຕິບັດງານຂອງອົງການເກືອດຫ້າມອາວຸດເຄມີ (OPCW) ໄດ້ສືບສວນສອບສວນກ່ຽວກັບເຫດບຸກໂຈມຕີທີ່ຖືກສົງໄສວ່າ ນຳໃຊ້ອາວຸດເຄມີຢູ່ ຊີຣີ. ວັງ Kremlin ຊີ້ແຈ້ງວ່າ: “ການນຳ 2 ທ່ານໄດ້ສະແດງໃຫ້ເຫັນການສະໜັບສະໜູນເລື່ອງ ຍູ້ແຮງວິວັດທະນາການຊອກຫາມາດຕະການການເມືອງຢູ່ ຊີຣີ ອີງໃສ່ມະຕິເລກທີ 2254 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາຂໍ້ຕົກລົງ ໂດຍກອງປະຊຸມໃຫຍ່ເຈລະຈາຊົນຊາດ ຊີຣີ ທີ່ໄດ້ຍົກອອກມາຢູ່ Sochi”.

ຕອບກັບ

ຂ່າວ/ບົດ​ອື່ນ