ການນຳ ສປປເກົາຫຼີ ຢ້ຽມຢາມ ອິນໂດຍເນເຊຍ
ທ່ານ Kim Yong Nam ປະທານສະພາແຫ່ງຊາດ ສປປເກົາຫຼີ
(ພາບ:vietnamplus.vn)
( vovworld ) – ວັນທີ 13/5, ທ່ານ Kim Yong Nam ປະທານຄະນະປະທານສະພາປະຊາຊົນສູງສຸດ (ສະພາແຫ່ງຊາດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ) ໄດ້ເດີນທາງໄປຮອດນະຄອນຫຼວງຈາກາກຕາ, ເລີ່ມຕົ້ນການຢ້ຽມຢາມ ອິນໂດຍເນເຊຍ ເປັນເວລາ 4 ວັນ. ໃນການຢ້ຽມຢາມຄັ້ງນີ້, ທ່ານ Kim Yong Nam ຈະມີການເຈລະຈາກັບປະທານາທິບໍດີປະເທດເຈົ້າພາບ Susilo Bambang Yudhoyono, ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ Boediono ແລະ ບັນດາທ່ານປະທານສະພາທີ່ປຶກສາປະຊາຊົນ (ສະພາສູງ) ແລະ ສະພາຕ່ຳ. ນີ້ແມ່ນການຢ້ຽມຢາມອິນໂດເນເຊຍ ຄັ້ງທີ 3 ຂອງທ່ານ Kim Yong Nam ໃນຮອບເວລາ 10 ປີທີ່ຜ່ານມາ.