ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
(ພາບ: Reuters)
(vovworld) - ວັນທີ 17/03 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ມີການພົບປະເຈລະຈາຄັ້ງທຳອິດ ນັບແຕ່ເມື່ອທ່ານ Donald Trump ກາຍເປັນປະທານາທິບໍດີຜູ້ທີ 45 ຂອງ ອາເມລິກາ. ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫລັງການເຈລະຈາຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ທີ່ສະຫງວນໃຫ້ NATO. ເຖິງຢ່າງໃດກໍ່ຕາມ ທ່ານປະທານາທິບໍດີ Donald Trump ກໍ່ກະຕຸກຊຸກຍູ້ ເຢຍລະມັນອີກເທື່ອໜຶ່ງ ກ່ຽວກັບເລື່ອງເພີ່ມງົບປະມານປ້ອງກັນຊາດຂຶ້ນ 2% ຂອງຍອດ ຜະລິດຕະພັນພາຍໃນປະເທດ (GDP), ພ້ອມທັງເນັ້ນໜັກວ່າ ບັນດາສຳພັນທະມິດ NATO ຂອງ ອາເມລິກາ ຕ້ອງມີການປະກອບຢ່າງຍຸຕິທຳໃຫ້ແກ່ລາຍຈ່າຍປ້ອງກັນຊາດ. ກ່ຽວຂ້ອງເຖິງບັນຫາການຄ້າ, ທ່ານປະທານາທິບໍດີ Donald Trump ຕຳໜິຕິຕຽນບັນດາຄຳກ່າວຫາທີ່ຖືວ່າ: ນະໂຍບາຍເສດຖະກິດຂອງອຳນາດການປົກຄອງ ອາເມລິກາ ໃນປະຈຸບັນແມ່ນເດີນຕາມລັດທິເປັນເອກະລາດ. ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນຕໍ່ “ບັນດານະໂຍບາຍຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ” ລະຫວ່າງ ອາເມລິກາ ແລະ ເຢຍລະມັນ.
ໃນຂະນະນັ້ນ ທ່ານນາງນາຍົກລັດຖະມົນຕີ Angela Merkel ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂສະພາວະຄົນເຂົ້າເມືອງຜິດກົດໝາຍ ແລະ ປະເຊີນໜ້າກັບບັນດາໄພນາບຂູ່ຫົວຮຸນແຮງ.