(ການນຳ VOV ມາໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ
ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ)
(vovworld) - ຕອນບ່າຍວັນທີ 18/10, ຄະນະຜູ້ແທນ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໂດຍທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ນຳໜ້າໄດ້ມາ ໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ, ທີ່ ຮ່າໂນ້ຍ. ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ປະຊາຊົນໄທ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ VOV ໄດ້ຂຽນໃສ່ປື້ມໄວ້ອາໄລວ່າ: “ສຸດແສນເສົ້າໂສກເສຍດາຍ ຕໍ່ການສະຫວັນນະຄົດຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ ພູມີພົນ ອະດູນຢາເດດ, ເຊິ່ງເປັນພະອົງຜູ້ສະຫຼາດສະຫຼຽວຂອງປະຊາຊົນລາຊະອານາຈັກໄທ, ຄະນະນຳ ກໍ່ຄືນັກຂ່າວ VOV ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງພະລາຊີນີ, ລາຊະອານາຈັກ, ລັດຖະບານ ແລະ ປະຊາຊົນໄທ ຕໍ່ໜ້າການສູນເສຍອັນໃຫຍ່ຫຼວງນີ້“.
ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ ແລະ ຜູ້ຕາງໜ້າກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ໂດຍທ່ານ ຮອງລັດຖະມົນຕີ ເຈິ່ນກວົກແຄ໋ງ, ນຳໜ້າກໍ່ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປື້ມ ໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ, ທີ່ ຮ່າໂນ້ຍເຊັ່ນດຽວກັນ.