ການບຸກໂຈມຕີທາງອິນເຕີເນັດ ເຮັດໃຫ້ການບໍລິການສາທາລະນະສຸກ ຢູ່ 5 ລັດ ຂອງ ອາເມລິກາ ຖືກຢຸດສະງັກ
(VOVWORLD) - ບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແລະ ຈຳນວນອາດຊະຍາກອນ ພວມມີທ່າອ່ຽງເພີ່ມຂຶ້ນຢູ່ ອາເມລິກາ.
(ພາບປະກອບ: Reuters) |
ວັນທີ 4 ສິງຫາ, ບັນດາການບໍລິການດູແລສຸຂະພາບທີ່ຈຳເປັນຢູ່ 5 ລັດ ຂອງ ອາເມລິກາ ຖືກຢຸດສະງັກ ຍ້ອນຖືກຜົນກະທົບຈາກເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແນ່ໃສ່ລະບົບຄອມພິວເຕີຂອງໂຮງໝໍຕ່າງໆ. ເຫດການດັ່ງກ່າວເຮັດໃຫ້ບາງຫ້ອງປິ່ນປົວສຸກເສີນຕ້ອງປິດປະຕູ ແລະ ລົດພະຍາບານຕ້ອງສົ່ງຄົນເຈັບໄປຍັງຮາກຖານສາທາລະນະສຸກອື່ນ.
ບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ແລະ ຈຳນວນອາດຊະຍາກອນ ພວມມີທ່າອ່ຽງເພີ່ມຂຶ້ນຢູ່ ອາເມລິກາ. ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເມື່ອເດືອນ ມີນາ ຜ່ານມາ, ທຳນຽບຂາວ ໄດ້ປະກາດຍຸດທະສາດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃໝ່, ໃນນັ້ນ ກະຕຸກຊຸກຍູ້ການປະກາດຂໍ້ກຳນົດກ່ຽວກັບການເຄື່ອນໄຫວທາງເຄືອຂ່າຍອິນເຕີເນັດໃນປັດຈຸບັນໃຫ້ເຄັ່ງຄັດກວ່າອີກ.