ການປະຊຸມຂອງເຈົ້າໜ້າທີ່ ຂັ້ນສູງອາຊຽນ-ຈີນ
ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ-ຈີນ
(ພາບ: dnrtv.org.vn)
(vovworld)- ໃນວັນທີ 14-15/9, ຢູ່ນະຄອນຊູເຈົາ ປະເທດຈີນ, ໄດ້ຈັດໃຫ້ມີການປະຊຸມຄັ້ງທີ 6 ເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ-ຈີນ ແລະ ການປະຊຸມຄັ້ງທີ 9 ກຸ່ມປະຕິບັດງານລວມອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ທ່ານຟ້າມກວາງວິງ, ຮອງ ລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າຄະນະ ເຈົ້າໜ້າທີ່ຂັ້ນສູງອາຊຽນ ຂອງຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ໜ້າເອົາໃຈໃສ່ແມ່ນ ທີ່ກອງປະຊຸມຄັ້ງນີ້, ອາຊຽນ ແລະ ຈີນ ໄດ້ດຳເນີນການທາບທາມຄຳເຫັນທາງການເປັນຄັ້ງທຳອິດຢູ່ຂັ້ນ SOM ກ່ຽວກັບການສ້າງຂໍ້ກຳນົດການປະພຶດ ຢູ່ທະເລຕາເວັນອອກ (COC). ອາຊຽນ ແລະ ຈີນ ເນັ້ນໜັກເຖິງຄວາມສຳຄັນຂອງ DOC ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ຝ່າຍຕ່າງໆໄດ້ເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີ ການທາບທາມຄຳເຫັນລະຫວ່າງສອງຝ່າຍ ແລະ ໄດ້ຮັບຮອງເອົາແຜນການປະຕິບັດງານປະຕິບັດ DOC ໃຫ້ແກ່ປີ 2013-2014 ດ້ວຍການຄາດຄະເນກ່ຽວກັບແຜນການປະຊຸມຂັ້ນ SOM ແລະ ກຸ່ມປະຕິບັດງານຮ່ວມ…ປະເທດຕ່າງໆຕີລາຄາວ່າ: ການປະຊຸມທາບທາມຄຳເຫັນທາງການເປັນຄັ້ງທຳອິດກ່ຽວກັບ COC ໃນຂັ້ນ SOM ອາຊຽນ-ຈີນ ແມ່ນການເລີ່ມຕົ້ນອັນຕັ້ງໜ້າ ແລະ ມີຄວາມໝາຍ.
ກ່ຽວກັບແງ່ຫວັງແຫ່ງການເຈລະຈາ COC ລະຫວ່າງ ອາຊຽນ-ຈີນ ໃນໄລຍະຈະມາເຖິງ, ທ່ານຟ້າມກວາງວິງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາວ່າ:
“ບັນຫາຮັບປະກັນສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາການພິພາດກັນຢູ່ທະເລຕາເວັນອອກແມ່ນວິວັດການທີ່ບໍ່ງ່າຍດາຍ. ສະນັ້ນ, ປະຕິບັດຂໍ້ກຳນົດການປະພຶດ COC ດ້ວຍວິທີສຳພັດຄືຂອງອາຊຽນກໍ່ບໍ່ແມ່ນເລື່ອງທີ່ບໍ່ງ່າຍດາຍເຊັ່ນດຽວກັນ. ສະນັ້ນ, ນີ້ຈະແມ່ນວິວັດການຍາວນານ ແລະ ແນ່ນອນວ່າໃນໄລຍະຈະມາເຖິງ, ສອງຝ່າຍຍັງຕ້ອງສືບຕໍ່ແບ່ງປັນນຳກັນ, ເຮັດແນວໃດຮັບປະກັນໃຫ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນການເດີນທະເລ ກໍ່ຄືການປະຕິບັດກົດໝາຍສາກົນໃຫ້ເປັນຢ່າງດີທີ່ສຸດ. ພວກຂ້າພະເຈົ້າຖືກວ່າ, ຖ້າຫາກວ່າຝ່າຍຕ່າງໆມີຄວາມແບ່ງປັນກັນ ຈະເປັນການຮັບປະກັນໃຫ້ແກ່ສັນຕິພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ ແລະ ຖ້າຫາກມີຄວາມຕັດສິນຈະມີຄວາມຄຶບໜ້າ ເຖິງວ່າວິວັດການນີ້ຍັງປະສົບກັບຄວາມຫຍຸ້ງຍາກສັບສົນ“