ພາບປະກອບ: internet
|
(vovworld)-ທີ່ການປະຊຸມຂ່າວດຳເນີນໄປໃນຕອນບ່າຍວັນທີ 17/5 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນແຫ້ງຟຸກ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ: ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຈະໄຂຂຶ້ນໃນວັນທີ 20/5 ແລະ ດຳເນີນໃນເວລາຫນຶ່ງເດືອນ. ກອງປະຊຸມເທື່ອນີ້ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 10 ສະບັບ, ມະຕິ ສະບັບຫນຶ່ງ, ໃຫ້ຄຳເຫັນໃສ່ຮ່າງກົດ ໝາຍອື່ນ 7 ສະບັບ. ສະພາແຫ່ງຊາດກໍປຶກສາຫາລື, ໃຫ້ຄຳເຫັນ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະງົບປະມານແຫ່ງລັດປີ 2012 ແລະ ບັນຫາອື່ນອີກ. ທ່ານ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ:
“ພິເສດ ກອງປະຊຸມເທື່ອນີ້ຂອງສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ນອກນັ້ນ ໃນກອງປະຊຸມເທື່ອນີ້, ສະພາແຫ່ງຊາດ ຈະປຶກສາຫາລື, ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ ແລະ ປະຕິບັດການລົງຄະແນນໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບບັນດາເປົ້າໝາຍຊື່ງສະພາແຫ່ງຊາດໄດ້ຄັດເລືອກ ແລະ ໃຫ້ສັດຕະຍາບັນ. ”