ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ
|
(vovworld) - ວັນທີ 28/5, ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບເລື່ອງວັນທີ 26/5 ຜ່ານມາ, ຈີນ ປະກາດປື້ມປົກຂາວເຫຼັ້ມທຳອິດກ່ຽວກັບຍຸດທະສາດການທະຫານຂອງປະເທດນີ້, ໃນນັ້ນມີເນື້ອໃນຕັ້ງໃຈປົກປ້ອງການເຄື່ອນໄຫວກໍ່ສ້າງເກາະທຽມຜິດກົດໝາຍຢູ່ໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ, ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຖືວ່າ, ໂດຍແມ່ນປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ກໍ່ຄືແມ່ນປະເທດມີບົດບາດສຳຄັນໃນພາກພື້ນ, ຈີນ ຕ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງບັນດາປະເທດກ່ຽວຂ້ອງ, ເຄົາລົບກົດໝາຍສາກົນ ແລະ ມີບັນດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ກໍ່ສ້າງເພື່ອຮັກສາສັນຕິພາບ, ຄວາມສະຫງົບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.”
ກ່ຽວຂ້ອງເຖິງແຫຼ່ງຂ່າວເດັກນ້ອຍ ຫວຽດນາມ 3000 ຄົນຖືກບັງຄັບໄປ ອັງກິດເພື່ອປູກຢາເສບຕິດ, ໂຄສົກ ເລຫາຍບີ່ງ ຢັ້ງຢືນວ່າ: ປະຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ ພວມເຮັດວຽກກັບບັນດາອົງການກ່ຽວຂ້ອງຢູ່ປະເທດປະຈຳຖິ່ນເພື່ອຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ.