ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) – ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນວັນທີ 11/6, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງວັນທີ 8/6, ກຸ່ມ 7 ພື້ນຖານເສດຖະກິດອັນດັບໜຶ່ງຂອງໂລກ (G7) ໄດ້ອອກຖະແຫຼງການຮ່ວມ ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຖືວ່າ, ສະພາບການຢູ່ທະເລຕາເວັນອອກໃນປະຈຸບັນ ໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງໃນປະຊາຄົມສາກົນ ແລະ ເປັນທີ່ຈະແຈ້ງແລ້ວວ່າ, ມັນບໍ່ເປັນປະໂຫຍດໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ກໍ່ຄືຢູ່ທະເລຕາເວັນອອກ. ຫວຽດນາມ ຊົມເຊີຍ ແລະ ສະໜັບສະໜູນທຸກການປະກອບສ່ວນທີ່ມີລັກສະນະສ້າງສັນ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງບັນດາປະເທດພາຍໃນ ແລະ ນອກພາກພື້ນ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
ກ່ຽວຂ້ອງເຖິງເຊື້ອພະຍາດ corona (ເມີສ) ພວມເພີ່ມຂຶ້ນຢູ່ ສເກົາຫຼີ ແລະ ສະພາບພົນລະເມືອງຢູ່ທີ່ນີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ, ຢືນຢັນວ່າ:
“ກະຊວງການຕ່າງປະເທດພ້ອມກັບບັນດາອົງການຕາງໜ້າການທູດຂອງຫວຽດນາມຢູ່ຕ່າງປະເທດ ໄດ້ກ່າວເຕືອນພົນລະເມືອງຈຳກັດການໄປມາເຖິງເຂດທີ່ມີເຊື້ອພະຍາດນີ້ ແລະ ມີບັນດາມາດຕະການເປັນເຈົ້າການເພື່ອປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ. ມາຮອດປະຈຸບັນ, ບໍ່ທັນມີຂໍ້ມູນໃດໆທີ່ຢັ້ງຢືນວ່າ ມີພົນລະເມືອງຫວຽດນາມ ຫຼືຊາວຕ່າງປະເທດຢູ່ຫວຽດນາມ ຕິດເຊື້ອພະຍາດນີ້ເທື່ອ“.
ທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ກໍ່ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມຄັ້ງທີ 3 ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານຫວຽດນາມ - ອາຟະລິກາໃຕ້ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກນິກ ແລະ ວັດທະນະທຳ ທີ່ຈະດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 18-19/6 ຈະມາເຖິງ.