ການປະຊຸມຂ່າວປະກາດ ອ່າວ Ha Long ກາຍເປັນສິ່ງມະຫັດສະຈັນ ແຫ່ງໃຫມ່ຂອງໂລກ
ທ່ານ Bernard Weber ແລະ ທ່ານ Jean Paul ສັງກັດອົງການ
New 7 Wonders ໃນການປະຊຸມຂ່າວ
ພາບ:internet
|
(vovworld) - ອ່າວ Ha Long ຂອງຫວຽດນາມ ກາຍເປັນຫນຶ່ງໃນສິ່ງມະຫັດສະຈັນທຳມະຊາດໃຫມ່ 7 ແຫ່ງຂອງໂລກ, ນີ້ແມ່ນຄຳປະກາດໂດຍແມ່ນທ່ານ Bernard Weber ປະທານອົງການ New 7 Wonders ຍົກອອກໃນການປະຊຸມຂ່າວຊຶ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 30/3 ຢູ່ ຮ່າໂນ້ຍ. ນະພິທີປະກາດຢ່າງເປັນທາງການ, ອົງການ New 7 Wonders ຈະມອບໃຫ້ ຫວຽດນາມ ສີລາຫລອມດ້ວຍທອງແດງ 2 ແຜ່ນ, ໃນນັ້ນມີເນື້ອໃນຮັບຮູ້ອ່າວ Ha Long ແມ່ນສິ່ງມະຫັດສະຈັນທຳມະຊາດໃຫມ່ຂອງໂລກເພື່ອຕັ້ງຢູ່ Ha Noi ແລະ ແຂວງ Quang Ninh. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Bernard Weber ປະທານອົງການ New 7 Wonders ເວົ້າວ່າ:
“ອ່າວ Ha Long ແມ່ນເຂດດິນແດນໃຫມ່ທີ່ສວຍງາມ ດ້ວຍທິວທັດທະມະຊາດມະຫັດສະຈັນ. ພວກຂ້າພະເຈົ້າຫວັງວ່າ ດ້ວຍໄຊຊະນະນີ້ຂອງ ອ່າວ Ha Long ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ຫວຽດນາມ ແລະ ປາດຖະຫນາວ່າ ຊາວຫວຽດນາມ ຈະມີຄວາມຮັບຜິດຊອບໃນການປົກປັກຮັກສາແບບຍືນຍົງໃຫ້ແກ່ສິ່ງມະຫັດສະຈັນນີ້ກວ່າອີກ.”
ພິທີປະກາດ ແລະ ຮັບນາມມະຍົດ ອ່າວ Ha Long ກາຍເປັນສິ່ງມະຫັດສະຈັນທຳມະຊາດໃຫມ່ຂອງໂລກ ຈະຖືກຈັດຂຶ້ນຢູ່ ສະຫນາມກິລາແຫ່ງຊາດ My Dinh, ນະຄອນຫລວງ Ha Noi ໃນວັນທີ 27/04 ແລະ ເຂດທ່ອງທ່ຽວສາກົນ Ha Long ໃນວັນທີ 01/05 ກົງກັບເຫດການ Caraval Ha Long./.