ການປະຊຸມຂ່າວປະຈຳເດືອນ ຕຸລາ 2017 ຂອງລັດຖະບານ

(VOVWORLD) - ລັດຖະບານໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາກະຊວງ, ຂະແໜງການພວມຄຸ້ມຄອງລັດວິສາຫະກິດ ຍູ້ໄວຄວາມຄືບໜ້າໃນການຫັນເປັນຫຸ້ນສ່ວນ
ການປະຊຸມຂ່າວປະຈຳເດືອນ ຕຸລາ 2017 ຂອງລັດຖະບານ - ảnh 1 ການປະຊຸມຂ່າວຂອງລັດຖະບານ

ຕອນບ່າຍວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງການປະຊຸມຂ່າວປະຈຳເດືອນຕຸລາ 2017 ຂອງລັດຖະບານ.ແຈ້ງຂ່າວກັບສື່ມວນຊົນກ່ຽວກັບລະດັບຄວາມຄືບໜ້າຂອງການຫັນລັດວິສາຫະກິດເປັນຫຸ້ນສ່ວນ, ທ່ານ ຫງວຽນເທ໋ເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ລັດຖະບານພວມຊີ້ນຳການປະຕິບັດແຜນຮ່າງສັງລວມສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຮອດປີ 2020. ທ່ານກ່າວວ່າ:

        “ລັດຖະບານໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາກະຊວງ, ຂະແໜງການພວມຄຸ້ມຄອງລັດວິສາຫະກິດ ຍູ້ໄວຄວາມຄືບໜ້າໃນການຫັນເປັນຫຸ້ນສ່ວນ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດການຫັນເປັນຫຸ້ນສ່ວນຢ່າງມີປະສິດທິຜົນນັ້ນ ຕ້ອງລະມັດລະວັງ, ພິເສດແມ່ນໃນບັນຫາການກຳນົດລາຄາ, ຕີລາຄາຊັບສິນຂອງບັນດາລັດວິສາຫະກິດ, ຍ້ອນວ່າ, ຖ້າບໍ່ມີບ່ອນອີງ, ບໍ່ມີຫຼັກຖານດ້ານນິຕິກຳຢ່າງໜັກແໜ້ນ, ຊັດເຈນຈະເກີດສະພາບການຕີລາຄາຕ່ຳກ່ວາມູນຄ່າຂອງການຫັນເປັນຫຸ້ນສ່ວນ, ເຮັດໃຫ້ຊັບສິນຂອງລັດຮົ່ວໄຫຼໄດ້ງ່າຍ”

ຕອບກັບ

ຂ່າວ/ບົດ​ອື່ນ