(vovworld)- ຕອນບ່າຍວັນທີ 16/6 ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວສາກົນ ເພື່ອແຈ້ງຂ່າວກ່ຽວກັບການຜັນແປ່ຫລ້າສຸດຢູ່ທະເລຕາເວັນອອກນັບແຕ່ເມື່ອຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ. ນີ້ເປັນຄັ້ງທີ 5 ກະຊວງການຕ່າງປະເທດຫວຽດນາມ ຈັດການປະຊຸມຂ່າວ.
ທີ່ການປະຊຸມຂ່າວ, ທ່ານ ເຈີນຢູຍຫາຍ, ຮອງຫົວຫນ້າຄະນະກຳມະການຊາຍແດນແຫ່ງຊາດໃຫ້ຮູ້ວ່າ: ໄລ່ມາຮອດຈຸດເວລານີ້ ໝາຍຄວາມວ່າ ກວ່າ 40 ວັນນັບແຕ່ເມື່ອຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ, ຝ່າຍຈີນບໍ່ມີການທ່າທີ່ຮ່ວມມືເທົ່ານັ້ນ ຫາກມີການກະທຳປີນຂັ້ນໄດຢ່າງເຄັ່ງຕຶງອີກດ້ວຍ. ຈີນຖີ້ມໂທດໃຫ້ຫວຽດນາມ ແມ່ນມີການກະທຳກໍ່ຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ໃນຊຸມມື້ຜ່ານມາ, ຝ່າຍຈີນ ອອກສຽງກ່າວຕູ່ຫາ ຫວຽດນາມ ເປັນເຈົ້າການໃນການຕຳບັນດາກຳປັ່ນຄຸ້ມຊູຂອງຈີນ, ຊ້ຳບໍ່ຫນຳຍັງເວົ້າວ່າ ກຳປັ່ນຫາປາຂອງຫວຽດນາມ ຖືກຈົມນ້ຳຍ້ອນຕຳໃສ່ກຳປັ່ນຈີນ. ທ່ານ ເຈີນຢູຍຫາຍ ກ່າວວ່າ:
“ຄວາມຈິງຄືແນວໃດ ບັນດານັກຂ່າວພວມມີຫນ້າຢູ່ທີ່ນີ້ໄດ້ເຫັນປະຈັກຕາບັນດາການກະທຳ ກະມືງກະມັງຂອງບັນດາກຳປັ່ນຈີນ. ບັນດາການກະທຳນັ້ນຂອງຈີນ ບໍ່ພຽງແຕ່ແມ່ນລະເມີດກົດໝາຍສາກົນ ກ່ຽວກັບການຫ້າມນຳໃຊ້ ແລະ ນາບຂູ່ການນຳໃຊ້ກຳລັງອາວຸດເທົ່ານັ້ນ ຫາກຍັງແມ່ນການກະທຳໄຮ້ມະນຸດສະທຳສຳລັບຊາວປະມົງຫວຽດນາມ.”
ກ່ຽວກັບເລື່ອງກະຊວງການຕ່າງປະເທດຈີນ ກ່າວຕູ່ຫາທີ່ການປະຊຸມຂ່າວໃນວັນທີ 13/6 ວ່າ:ໄລ່ມາຮອດວັນນັ້ນ, ບັນດາກຳປັ່ນຫວຽດນາມ ໄດ້ຕຳກຳປັ່ນຈີນ 1547 ຄັ້ງ ແລະ ເຮັດໃຫ້ກຳປັ່ນຈີນຫລາຍລຳຖືກເປ່ເພ, ທ່ານ ໂງງອກທູ, ຮອງຜູ້ບັນຊາການ, ຫົວຫນ້າເສນາທິການຕຳຫລວດທະເລຫວຽດນາມ ເວົ້າວ່າ:
“ຫວຽດນາມ ປະຕິເສດບັນດາຂ່າວຄາວທີ່ຜິດເຂວ ແລະ ໄຮ້ເຫດຜົນດັ່ງກ່າວ. ຄວາມຈິງ ໃນໄລຍະຜ່ານມາ ພຽງແຕ່ກຳປັ່ນຈີນ ຈື່ງເປັນເຈົ້າການຕຳ ແລະ ສີດນ້ຳໃສ່ກຳປັ່ນຫວຽດນາມເທົ່ານັ້ນ. ນັບແຕ່ວັນທີ 3/5 ມາຮອດປະຈຸບັນ, ພະນັກງານກວດກາການປະມົງຂອງຫວຽດນາມ 15 ຄົນ ແລະ ຊາວປະມົງຫວຽດນາມ 2 ຄົນຖືກບາດເຈັບ. ຫວຽດນາມ ມີພະຍານຫລັກຖານຢ່າງຄົບຖ້ວນ ແລະ ຮູບພາບກ່ຽວກັບບັນດາກຳປັ່ນຈີນ ຕຳກຳປັ່ນຫວຽດນາມ. ”
ທີ່ການປະຊຸມຂ່າວ, ຜູ້ຕາງຫນ້າກະຊວງການຕ່າງປະເທດຫວຽດນາມ ອີກຄັ້ງຫນຶ່ງຮຽກຮ້ອງຝ່າຍຈີນ ຈົ່ງເຄົາລົບກົດໝາຍສາກົນ, ຢຸດຕິບັນດາການກະທຳລະເມີດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ.