( vovworld ) – ໜັງສືພິມ Le Figaro ຂອງຝະລັ່ງ ໄດ້ຄັດສະເໜີແຫຼ່ງຂ່າວຈາກລັດຖະບານອີຕາລີ ໂດຍໃຫ້ຮູ້ວ່າ: ການນຳປະເທດຝະລັ່ງ, ເຢຍລະມັນ, ແອດສະປາຍ ແລະ ອີຕາລີ ຈະຈັດການປະຊຸມຢູ່ ໂຣມ ປະເທດອີຕາລີ ເພື່ອປຶກສາຫາລືກ່ຽວກັບວິກິດການຢູ່ເຂດໃຊ້ສະກຸນເງິນເອີໂຣລວມ (Erozone). ໂຄສົກຂອງສຳນັກງານນາຍົກລັດຖະມົນຕີອີຕາລີ ໃຫ້ຮູ້ວ່າ ການພົບປະຈະຖືກດຳເນີນໄປພາຍຫຼັງວັນທີ 17/6 ຊື່ງແມ່ນຈຸດເວລາທີ່ເກຼກ ແລະ ຝະລັ່ງ ດຳເນີນການເລືອກຕັ້ງສະພາແຫ່ງຊາດ. ກ່ອນໜ້ານັ້ນ, ທ່ານ Mario Monti ນາຍົກລັດຖະມົນຕີອີຕາລີ ໄດ້ເຈາະຈີ້ມຈັດການພົບປະກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ, ທ່ານປະທານາທິບໍດີຝະລັ່ງ Francois Hollande ແລະ ທ່ານນາຍົກລັດຖະມົນຕີແອດສະປາຍ Mariano Rajoy, ແຕ່ຝ່າຍຕ່າງໆບໍ່ສາມາດຈັດເວລາເຂົ້າຮ່ວມການພົບປະນີ້ໄດ້ເທື່ອ. ມີຂ່າວໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ EU ຈັດຂຶ້ນວັນທີ 28-29/6 ທີ່ຈະມາເຖິງຈະຍົກອອກຄຳຕັດສິນສຳຄັນຫຼາຍຂໍ້ ຊື່ງໃນນັ້ນມີບັນດາບັນຫາກ່ຽວຂ້ອງເຖິງວິກິດການ Erozone.