(VOVWORLD) -ຫ້ອງວ່າການລັດຖະບານ ແລະ ສະຫະສະມາຄົມບັນດາວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດເວທີປາໄສວິທະຍາສາດ “ຕີລາຄາໝາກຜົນ ການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2011-2016: ສັງເກດຈາກຄວາມພໍໃຈຂອງປະຊາຊົນ”
ທ່ານ ທາງວັນຟຸກ ອະດີດຮອງລັດຖະມົນຕີກະຊວງພາຍໃນ |
ຕອນເຊົ້າວັນທີ 24/7, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ແລະ ສະຫະສະມາຄົມບັນດາວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດເວທີປາໄສວິທະຍາສາດ “ຕີລາຄາໝາກຜົນ ການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2011-2016: ສັງເກດຈາກຄວາມພໍໃຈຂອງປະຊາຊົນ”. ທ່ານ ທາງວັນຟຸກ ອະດີດຮອງລັດຖະມົນຕີກະຊວງພາຍໃນຖືວ່າ :
“ ຄວນກຳນົດໂຄງການດຳເນີນງານໃໝ່ໃຫ້ແກ່ 2 ເປົ້າໝາຍທີ່ສຳຄັນ, ນັ້ນແມ່ນປະຊາຊົນ ແລະ ວິສາຫະກິດ. ເລືອກເອົາລະບຽບການ, ເລືອກເອົາບັນດາລະບຽບການບຸລິມະສິດ. ມີ 10 ຫາ 20 ບັນຫາຄວນຮັບບຸລິມະສິດສຳລັບໄລຍະແຕ່ນີ້ຫາປີ 2020. ສ່ວນບັນຫາອື່ນໆ ບໍ່ຄວນປະລະ, ແຕ່ຕ້ອງບັນທຶກໄວ້, ຖືເອົາບັນດາດັດຊະນີແມ່ນໄມ້ວັດແທກເພື່ອປະຕິບັດຂອງບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ. ຄວນຮັບເອົາການຕີລາຄາຈາກພາຍນອກ ”