ການປະຕິຮູບບຸກຄະລາ ກອນຢູ່ສຳນັກງານ ປະທານາທິບໍດີ ສເກົາຫຼີ ວັນອັງຄານ ທີ 6 ສິງຫາ ຄ.ສ. 2013 | 13:12:15 (ພາບ: sina.com) (vovworld)- ວັນທີ 5/8, ທ່ານນາງ Park Geun Hye ປະທານາທິບໍດີ ສເກົາຫຼີ ໄດ້ດຳເນີນການປະຕິຮູບກົງຈັກຊ່ວຍວຽກ, ເພື່ອເປີດສາກໄລຍະໃໝ່ ພາຍຫຼັງ 6 ເດືອນທຳອິດຂອງອາຍຸການປະທານາທິບໍດີ. ທ່ານ Kim Ki Choon ອະດີດສະມາຊິກສະພາແຫ່ງຊາດໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຫ້ອງວ່າການປະທານາທິບໍດີ ແທນໃຫ້ທ່ານ Huh Tae yeol. ຄຽງຄູ່ກັນນັ້ນ, ທ່ານ Park Joon woo ອະດີດເອກອັກຄະລັດຖະທູດ ສເກົາຫຼີ ປະຈຳອີຢູ ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາຂັ້ນສູງດ້ານການເມືອງ. ສ່ວນທ່ານ Yoon Chang bun ອະດີດປະທານບໍລິສັດໂທລະຄົມ Hanaro Telecom ຮັບໜ້າທີ່ເປັນທີ່ປຶກສາຍຸດທະສາດໃນອະນາຄົດ. ໃນຂະນະນັ້ນ, ທ່ານ Hong Kyung Shik ອະດີດນັກໄອຍະການ ໄດ້ຮັບໜ້າທີ່ເປັນທີ່ປຶກສາກ່ຽວກັບບັນຫາພົນລະເຮືອນ. ນອກຈາກນັ້ນແລ້ວ, ທ່ານ Choi Won yeong ອະດີດຮອງລັດຖະມົນຕີກະຊວງສະຫວັດດີການ ໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາກ່ຽວກັບວຽກເຮັດງານທຳ ແລະ ສະຫວັດດີການ. Tag ສເກົາຫຼີ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ