ການ​ປະ​ທະ​ກັນ​ຢູ່​ພາກ​ຕ​າ​ເວັນ​ອອກ​ກາງ: ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ 4 ແນວ​ໂຮມ ໃນ​ເວ​ລາ​ດຽວ​ກັນ

(VOVWORLD) - ໂດຍບໍ່ຫົວຊາຕໍ່ກະແສຄັດຄ້າສະຫຼັບກັບ ຄວາມວິຕົກກັງວົນຂອງປະຊາຄົມສາກົນ, ວັນທີ 29 ກັນຍາ, ກອງທັບອິດສະລາແອັນ, ໄດ້ປະຕິບັບັນດາບັ້ນບຸກໂຈມຕີທາງອາກາດຢ່າງຮ້າຍແຮງໃນເວລາດຽວກັນ ແລະ ກໍ່ຄວາມເສຍຫາຍກ່ຽວກັບຊີວິດອິນຊີເປັນຈຳນວນຫຼາຍ ໃນທັງ 4 ແນວຮົບແມ່ນ: ລີບັງ, ຊີຣີ, ເຢແມນ ແລະ ເຂດກາຊາ.
ການ​ປະ​ທະ​ກັນ​ຢູ່​ພາກ​ຕ​າ​ເວັນ​ອອກ​ກາງ: ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ 4 ແນວ​ໂຮມ ໃນ​ເວ​ລາ​ດຽວ​ກັນ - ảnh 1ເຮືອນຫຼັງຕ່າງຖືກເປເພຍ້ອນການບຸກໂຈມຕີທາງອາກາດຂອງອິດສະລາແອັນ ເລັ່ງໃສ່ເຂດຊານເມືອງ ນະຄອນຫຼວງ Beirut, ລີບັງ (ພາບ: Ali Alloush/Reuters)

ຢູ່ລີບັງ, ກອງທັບອາກາດ ອິດສະລາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງຮ້າຍແຮງເປັນຫຼາຍຄັ້ງເລັ່ງໃສ່ເຂດທາງທິດຕາເວັນອອກ, ທາງທິດໃຕ້ ແລະ ຊານເມືອງນະຄອນຫຼວງ Beirut. ຕາມສື່ມວນຊົນ ລີບັງແລ້ວ, ບັ້ນບຸກໂຈມຕີໃນ 24 ຊົ່ວໂມງຜ່ານມາ ຂອງກອງທັບອາກາດ ອິດສະລາແອັນ ໄດ້ເຮັດໃຫ້ 60 ຄົນເສຍຊີວິດ, ຜູ້ຖືກບາດເຈັບປະມານ 200 ຄົນ. ໃນຂະນະນັ້ນ, ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໄດ້ຖະແຫຼງວ່າ ເຮືອບິນສູ້ຮົບຂອງປະເທດນີ້ ໄດ້ມ້າງທຳລາຍຢ່າງໜ້ອຍສຸດ 120 ເປົ້າໝາຍຂອງກຳລັງ Hezbollah, ລວມມີບັນດາຖານຍິງລູກສອນໄຟ, ສາງເກັບອາວຸດ, ຕຶກອາຄານ ແລະ ໂຄງສ້າງການທະຫານຕ່າງໆ.

ແລະກໍ່ໃນວັນດຽວກັນ, ກອງທັບອາກາດອິດສະລາແອັນ ໄດ້ຮັບຖືວ່າ ໄດ້ບຸກໂຈມຕີທາງອາກາດ ເລັ່ງໃສ່ເປົ້າໝາຍຂອງກຸ່ມປະກອບອາວຸດຈຳນວນໜຶ່ງ ໂດຍອີຣານໜູນຫຼັງຢູ່ແຂວງ Deir al-Zour, ທາງທິດຕາເວັນອອກ ຊີຣີ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 17 ຄົນ. ກອງທັບອິດສະລາແອັນ ບໍ່ປະຕິເສດແລະ ກໍ່ຄືຍັງບໍ່ທັນຢັ້ງຢືນວ່າໄດ້ ດຳເນີນການບຸກໂຈມຕີ. ພິເສດ, ວັນທີ 29 ກັນຍາກອງທັບອາກາດ ອິດສະລາແອັນ ໄດ້ເປີດບັ້ນບຸກໂຈມຕີທາງອາກາດຢ່າງຮ້າຍແຮງເລັ່ງໃສ່ນະຄອນທ່າກຳປັ່ນ Hodeidah ຂອງເຢແມນ, ເຮັດໃຫ້ຫຼາຍບ່ອນຖືກໄຟໄຫມ້ ແລະ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນ.

ຢູ່ເຂດກາຊາ, ກອງທັບອາກາດ ອິດສະລາແອັນ ໄດ້ບຸກໂຈມຕີຫຼາຍເປົ້າໝາຍຢູ່ທັງ 3 ເຂດທາງທິດເໜືອ, ທາງທິດໃຕ້ ແລະ ໃຈກາງເຂດກາຊາ. ຕາມແຫຼ່ງຂ່າວສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ບັນດາເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ, ສ່ວນຫຼາຍແມ່ນສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ