ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: ບັນ​ດາ​ປະ​ເທດ​ສື​ບ​ຕໍ່​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ

(VOVWORLD) -ພາຍໃນເວລາ 10 ມື້ ທີ່ເກີດການປະທະກັນຢູ່ ຊູດັງ, ອາຣັບບີ ຊະອຸດິ ໄດ້ຕ້ອນຮັບພົນລະເມືອງເກືອບ 2.150 ຄົນ, ໃນນັ້ນ ມີຊາວຕ່າງປະເທດກວ່າ 2.000 ຄົນ.
ການ​ປະ​ທະ​ກັນ​ຢູ່ ຊູ​ດັງ: ບັນ​ດາ​ປະ​ເທດ​ສື​ບ​ຕໍ່​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ - ảnh 1ອາຣັບບີ ຊະອຸດິ ໄດ້ຕ້ອນຮັບພົນລະເມືອງເກືອບ 2.150 ຄົນ (ພາບ: AFP/TTXVN)

ວັນທີ 26 ເມສາ, ກະຊວງການຕ່າງປະເທດ ອາຣັບບີ ຊະອຸດິ ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ຜັນຂະຫຍາຍບັ້ນຍົກຍ້າຍພົນລະເມືອງອອກດ້ວຍຂອບຂະໜາດໃຫຍ່, ນຳສົ່ງພົນລະເມືອງເກືອບ 1.700 ຄົນຂອງ 50 ປະເທດ ອອກຈາກ ຊູດັງ ດ້ວຍທາງທະເລ, ໃນສະພາບການປະທະກັນຢູ່ທີ່ນີ້ ໄດ້ແກ່ຍາວໄປອາທິດທີ 2. ກ່ອນໜ້ານັ້ນ, ປະເທດນີ້ ກໍ່ໄດ້ຮັບພົນລະເມືອງຂອງຫຼາຍປະເທດທີ່ໄດ້ຍົກຍ້າຍອອກໄປດ້ວຍທາງການບິນ ແລະ ທາງທະເລ.  ພາຍໃນເວລາ 10 ມື້ ທີ່ເກີດການປະທະກັນຢູ່ ຊູດັງ, ອາຣັບບີ ຊະອຸດິ ໄດ້ຕ້ອນຮັບພົນລະເມືອງເກືອບ 2.150 ຄົນ, ໃນນັ້ນ ມີຊາວຕ່າງປະເທດກວ່າ 2.000 ຄົນ.

        ສ່ວນ ວັນທີ 26 ເມສາ, ກົມໃຫຍ່ຄຸ້ມຄອງທ່າທາງບົກ ແລະ ເຂດດິນຕໍ່ແຜນ ອີຢິບ ໄດ້ແຈ້ງໃຫ້ຊາບວ່າ ມີຊາວຕ່າງປະເທດກວ່າ 10.000 ຄົນ ໄດ້ຍົກຍ້າຍອອກຈາກ ຊູດັງ ຜ່ານດ່ານຊາຍແດນ Qastal ແລະ Arqeen ເພື່ອເຂົ້າເມືອງ ອີຢິບ ໃນ 5 ມື້ຜ່ານມາ.

        ກໍໃນວັນດຽວກັນ, ເຢຍລະມັນກໍແຈ້ງໃຫ້ຊາບວ່າ ເຂົາເຈົ້າກໍປະຕິບັດສຳເລັດບັ້ນຍົກຍ້າຍພົນລະເມືອງອອກຈາກ ຊູດັງ ເຊັ່ນດຽວກັນ. ໃນຂະນະນັ້ນ, ລັດຖະບານ ອັງກິດ ຄາດວ່າ ມີພົນລະເມືອງ ປະມານ 4.000 ຄົນ ມີຄວາມຕ້ອງການຍົກຍ້າຍອອກຈາກຊູດັງ. ກະຊວງການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ ໄລ່ຮອດວັນທີ 26 ເມສາ, ອັງກິດ ໄດ້ນຳສົ່ງພົນລະເມືອງກວ່າ 530 ຄົນ ອອກຈາກ ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ