ການປະທະກັນລະຫວ່າງຊາວປາແລັດສຕິນແລະອິດສຣາແອນສືບຕໍ່ເກີດຂຶ້ນຢູ່Jerusalem

ການປະທະກັນລະຫວ່າງຊາວປາແລັດສຕິນແລະອິດສຣາແອນສືບຕໍ່ເກີດຂຶ້ນຢູ່Jerusalem - ảnh 1
ສະ​ຖານ​ທີ່​​ເກີດ​ເຫດ
(ພາບ: AFP)
(vovworld) - ​ ຕຳ​ຫຼວດ​ອິດ​ສ​ຣາ​ແອນ ແຈ​້ງ​ໃຫ້​ຊາບ​ວ່າ ມີ​ຊາວ​ປາ​ແລັດ​ສ​ຕິນ ຜູ້​ໜຶ່ງ​ຖ​ືກ​ຍິງ​ເສ​ຍ​ຊີ​ວິດ ແລະ ​ຊາວ​ອິດ​ສ​ຣາ​ແອນ 3 ຄົນ​ຖືກ​ຮັບ​ບາດ​ເຈັບ​ໜັກ ໃນ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ມີດ​ຢູ່​ນະ​ຄອນ Jerusalem ໃນ​ວັນ​ທີ 23/12. ໃນ​ຖະ​ແຫຼງ​ການ​ໜຶ່ງ, ໂຄ​ສົກ​ຕຳ​ຫຼວດ​ອິດ​ສ​ຣາ​ແອນ​ Luba Samri ໃຫ້​ຮູ້​ວ່າ, ​ຊາວ​ປາ​ແລັດ​ສ​ຕິນ 2 ຄົນ​ໄດ້​ໃຊ້​ມີດ​ແທງ​ບັນ​ດາ​ຊາວ​ອິດ​ສ​ຣາ​ແອນ ພວມ​​ຂ້າມ​ທາງ​ຢູ່​ປະ​ຕ​ູ​ໂຂງ Jaffa ຂອງ​​ເມືອງ​ເກົ່າ Jerusalem, ເຊິ່ງ​ແມ່ນ​ເຂດ​ໂ​ດງ​ດັງ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ຄົນ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໃນ​ໂອກາດ​ວັນ​ບຸນ​ຄຼິດ​ສ​ມາດ. ກຳ​ລັງ​ປ້ອງ​ກັນ​​ຄວາມ​ສະ​ຫງົບຢູ່​ສະ​ຖານ​ທີ່​​ເກີດ​ເຫດໄດ້​ຍິງ​ປື​ນ​ໃສ່​ 2 ຄົນ​ດັ່ງ​ກ່າວ, ເຮັດ​ໃຫ້​ຜູ້​ໜຶ່ງ​ເສຍ​ຊີ​ວິດ ແລະ ຜູ້​ໜຶ່ງ​ຮັບ​ບາດ​ເຈັບ.
ຂ່າວ/ບົດ​ອື່ນ