ການປະທະກັນລະຫວ່າງຕຳຫຼວດແລະບັນດາຜູ້ຄັດຄ້ານການຄຸ້ມຄອງເຂດຊາຍແດນລະຫວ່າງອີຕາລີ-ໂອຕາລິດຢ່າງແໜ້ນແຟ້ນ
ມີຜູ້ແຫ່ຂະບວນປະມານ 400 – 500 ຄົນ
ໄດ້ເຕົ້າໂຮມກັນຢູ່ສະຖານນີລົດໄຟ Brenner
(ພາບ: Getty Images)
(vovworld) – ວັນທີ 07/05, ບັນດາການປະທະກັນໄດ້ເກີດຂຶ້ນລະຫວ່າງຕະຫຼວດອີຕາລີ ແລະ ບັນດາຜູ້ແຫ່ຂະບວນ ເພື່ອຄັດຄ້ານແຜນການຄຸ້ມຄອງເຂດຊາຍແດນລະຫວ່າງ ອີຕາລີ - ໂອຕາລິດ ຢ່າງແໜ້ນແຟ້ນເພື່ອແນໃສ່ຄວບຄຸມຊາວອົບພະຍົບ. ມີຜູ້ແຫ່ຂະບວນປະມານ 400 – 500 ຄົນ ໄດ້ເຕົ້າໂຮມກັນຢູ່ສະຖານນີລົດໄຟ Brenner, ນຳເອົາປ້າຍຄຳຂວັນຄັດຄ້ານ, ດ້ວຍຈຸດປະສົງແຫ່ຂະບວນເຖິງເຂດຊາຍແດນ. ກຳລັງຕຳຫຼວດໄດ້ຍິງແກັສນ້ຳຕາ ເພື່ອແນໃສ່ຍົກເລິກຂະບວນແຫ່, ເຮັດໃຫ້ບັນດາຜູ້ເຂົ້າຮ່ວມຕ້ອງແລ່ນໜີ. ພາຍຫຼັງການປະທະກັນ, ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ, ມີນາຍຕຳຫຼວດຄົນໜຶ່ງຖືກຮັບບາດເຈັບ ແລະ ຜູ້ແຫ່ຂະບວນນັບ 10 ຄົນຖືກຈັບຕົວ. ກ່ອນໜ້ານັ້ນ, ໂອຕາລິດ ໄດ້ປະກາດແຜນການກໍ່ສ້າງຮົ້ວຢູ່ເຂດຊາຍແດນຕິດກັບອີຕາລີ ເພື່ອແນໃສ່ຄວບຄຸມບັນດາຊາວອົບພະຍົບ.