ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ທາງ​ທິດ​ໃຕ້​ເຂດ ກາ​ຊາ ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ການ​ບຸກ​ໂຈມ​ຕີ​​ຄັ້ງຕ່າງໆ

(VOVWORLD) - ຢູ່ບໍລິເວນແຫ່ງຕ່າງໆທາງທິດຕາເວັນອອກ ແລະ ທາງທິດເໜືອຂອງນະຄອນ Khan Younis ທາງພາກໃຕ້ ກາຊາ ໄດ້ປະເຊີນໜ້າກັບການຍິງທຳລາຍເປັນຫຼາຍຄັ້ງຈາກ ອິດສະຣາແອັນ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ທາງ​ທິດ​ໃຕ້​ເຂດ ກາ​ຊາ ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ການ​ບຸກ​ໂຈມ​ຕີ​​ຄັ້ງຕ່າງໆ - ảnh 1ສະພາບການຢູ່ກາຊາ ໃນວັນທີ  27/12/2023 (ພາບ:THX/TTXVN)

ຕາມຜູ້ເຫັນເຫດການຢູ່ເຂດ ກາຊາ, ວັນທີ 02 ມັງກອນ, ເຮືອບິນ ແລະ ລົດຖັງຂອງ ອິດສະຣາແອັນ ໄດ້ເພີ່ມທະວີການບຸກໂຈມຕີຢູ່ພາກໃຕ້ເຂດດິນແດນດັ່ງກ່າວ ເຖິງວ່າ Tel Aviv ປະກາດແຜນການຖອນກຳລັງທະຫານນັບພັນຄອນອອກຈາກສະໜາມຮົບ. ຢູ່ບໍລິເວນແຫ່ງຕ່າງໆທາງທິດຕາເວັນອອກ ແລະ ທາງທິດເໜືອຂອງນະຄອນ Khan Younis ທາງພາກໃຕ້ ກາຊາ ໄດ້ປະເຊີນໜ້າກັບການຍິງທຳລາຍເປັນຫຼາຍຄັ້ງຈາກ ອິດສະຣາແອັນ.

        ເຖິງວ່າ ອິດສະຣາແອັນ ຄາດວ່າຈະຖອນກຳລັງຈຳນວນໜຶ່ງອອກຈາກເຂດ ກາຊາ ກໍ່ຕາມ ແຕ່ທ່ານ Daniel Hagari ໂຄສົກຂອງກຳລັງປ້ອງກັນ ອິດສະຣາແອັນ (IDF) ຖະແຫຼງວ່າ ກອງທັບປະເທດນີ້ພວມກະກຽມໃຫ້ແກ່ “ການປະທະກັນທີ່ແກ່ຍາວໃນຕະຫຼອດປີນີ້”.

        ວັນທີ 02 ມັງກອນ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ທະຫານ 173 ຄົນຂອງປະເທດນີ້ ໄດ້ເສຍຊີວິດໃນການປະທະກັນກັບ ຮາມາດ ໃນເຂດ ກາຊາ ນັບແຕ່ວັນທີ 07 ຕຸລາ 2023 ມາຮອດປັດຈຸບັນ. ໃນຂະນະນັ້ນ, ໃນວັນດຽວກັນ ອົງການສາທາລະນະສຸກຢູ່ ເຂດ ກາຊາ ກໍໃຫ້ຮູ້ວ່າ ມີຊາວປາແລັດສະຕິນ 22.185 ຄົນເສຍຊີວິດ ແລະ 57.035 ຄົນຮັບບາດເຈັບ ໃນບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດດິນດິນແດນດັ່ງກ່າວ ນັບແຕ່ວັນທີ 07 ຕຸລາ 2023 ມານີ້.


ຕອບກັບ

ຂ່າວ/ບົດ​ອື່ນ