ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ປະທານາທິບໍດີ ປາແລັດສະຕິນ ຮຽກຮ້ອງ ຮາມາດສ ຕົກລົງເຫັນດີຕໍ່ຂໍ້ຕົກລົງຢຸດຍິງ
(VOVWORLD) - ວັນທີ 14 ກຸມພາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ຮຽກຮ້ອງຂະບວນການ ອິດສະລາມ ຮາມາດສ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ແນໃສ່ຫຼີກລ້ຽງກໍລະນີເກີດວິນາດຊະກຳສຳລັບສາມັນຊົນຢູ່ເຂດ ກາຊາ.
ຕຶກອາຄານຖືກພັງທະລາຍພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 12 ກຸມພາ 2024 (ພາບ:THX/TTXV) |
ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນສະພາບການເຈລະຈາຂໍ້ຕົກລົງຢຸດຍິງ ໂດຍ ກາຕາ ເປັນກາງໄກ່ເກ່ຍ ບໍ່ບັນລຸໄດ້ຄວາມຄືບໜ້າພໍປານໃດ ແລະ ຫາງສຽງໂລກ ພວມຄັດຄ້ານບັ້ນຮົບການທະຫານຂອງ ອິດສະຣາແອັນ ທີ່ບຸກໂຈມຕີເຂົ້າເຂດ Rafah ຢູ່ເຂດ ກາຊາ ຢ່າງແຮງ.
ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ບຸກໂຈມຕີກຳລັງ ຮາມາດສ ຢູ່ເຂດ Rafah, ເຊິ່ງເປັນບ່ອນລົບໜີສຸດທ້າຍຂອງຊາວ ປາແລັດສະຕິນ ຢູ່ພາກໃຕ້ເຂດ ກາຊາ, ພາຍຫຼັງທີ່ອະນຸຍາດໃຫ້ສາມັນຊົນອອກຈາກເຂດດັ່ງກ່າວ.
ນັກຂ່າວ VOV ປະຈຳ ອີຢິບ