ການປະທະກັນເກີດຂຶ້ນຢ່າງດຸເດືອດ ເຮັດໃຫ້ປະຊາຊົນ ມຽນມາ ຫຼາຍກວ່າ 9.000 ຄົນ ຕ້ອງຍົກຍ້າຍໄປຍັງປະເທດ ໄທ
(VOVWORLD) - ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.
ຊາວ ມຽນມາ ລີ້ໄພຢູ່ ໄທ (ພາບ: The Nation) |
ປະຊາຊົນ ມຽນມາ ກວ່າ 9.000 ຄົນ ຕ້ອງອົບພະຍົບໄປລີ້ໄພຢູ່ບັນດາຄ້າຍລີ້ໄພຢູ່ລຽບຕາມຊາຍແດນຂຶ້ນກັບແຂວງ ແມຮອງສອນ ຂອງໄທ ໃນສະພາບການເກີດມີການປະທະກັນຢ່າງດຸເດືອດໃນຫຼາຍມື້ລຽນຕິດລະຫວ່າງ ກອງທັບ ມຽນມາ ກັບ ກຸ່ມປະກອບອາວຸດຊົນເຜົ່າສ່ວນນ້ອຍ Karen. ທ່ານເຈົ້າແຂວງແຂວງ ແມຮອງສອນ ໃຫ້ຮູ້ວ່າ ຈຳນວນຄົນດັ່ງກ່າວ ໄດ້ລີ້ໄພຢູ່ 5 ເຂດລີ້ໄພຢູ່ແຂວງ ແມຮອງສອນ ນັບແຕ່ຕົ້ນເດືອນ ມິຖຸນາ ມານີ້. ບັນດາເຂດລີ້ໄພ ໂດຍລັດຖະບານ ໄທ ສ້າງຂຶ້ນ, ຫ່າງຈາກເສັ້ນຊາຍແດນຕິດກັບ ມຽນມາ ປະມານ 1 ກິໂລແມັດ. ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.
ດັ້ງຕວຽນ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ