ການປະທະກັນ ອິດສະຣາແອັນ - ຮາມາດສ: ການເຈລະຈາຢຸດຍິງຢູ່ Cairo ສືບຕໍ່ແກ່ຍາວ
(VOVWORLD) - ບັນດານັກເຈລະຈາສາກົນຂອງ 3 ປະເທດ ອາເມລິກາ, ກາຕາ, ອີຢິບ ແລະ ຜູ້ຕາງໜ້າກຳລັງ ຮາມາດສ, ສືບຕໍ່ບັນດາການເຈລະຈາທີ່ໄດ້ເລີ່ມແຕ່ 4 ມື້ກ່ອນ ດ້ວຍຄວາມຫວັງ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງທີ່ແກ່ຍາວເປັນຫຼາຍມື້ຢູ່ເຂດ ກາຊາ ກ່ອນຈະເລີ່ມເດືອນ Ramadan ຂອງຊາວມຸດສະລິມ ໃນວັນທີ 10 ມີນາ ນີ້.
ເຮືອນຫຼັງໜຶ່ງຢູ່ເຂດ ກາຊາ ຖືກພັງທະລາຍ ໃນວັນທີ 4/3/2024 (ພາບ: THX/TTXVN) |
ວັນທີ 06 ມີນາ, ສື່ມວນຊົນ ອີຢິບ ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ Cairo ເພື່ອແນໃສ່ຊອກຫາຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ສືບຕໍ່ແກ່ຍາວຕື່ມອີກ 1 ມື້, ໝາຍຄວາມວ່າ ໝົດວັນທີ 06 ມີນາ (ຕາມເວລາທ້ອງຖິ່ນ). ຕາມນັ້ນແລ້ວ, ບັນດານັກເຈລະຈາສາກົນຂອງ 3 ປະເທດ ອາເມລິກາ, ກາຕາ, ອີຢິບ ແລະ ຜູ້ຕາງໜ້າກຳລັງ ຮາມາດສ, ສືບຕໍ່ບັນດາການເຈລະຈາທີ່ໄດ້ເລີ່ມແຕ່ 4 ມື້ກ່ອນ ດ້ວຍຄວາມຫວັງ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງທີ່ແກ່ຍາວເປັນຫຼາຍມື້ຢູ່ເຂດ ກາຊາ ກ່ອນຈະເລີ່ມເດືອນ Ramadan ຂອງຊາວມຸດສະລິມ ໃນວັນທີ 10 ມີນາ ນີ້.
ກ່ອນໜ້ານັ້ນ, ຮອບເຈລະຈາ Cairo ຄາດວ່າດຳເນີນໃນລະຫວ່າງວັນທີ 3 – 4 ມີນາ, ແຕ່ກໍໄດ້ແກ່ຍາວຕື່ມອີກ 1 ວັນ (ວັນທີ 5 ມີນາ), ພາຍຫຼັງທີ່ບັນດາການເຈລະຈາຕົກເຂົ້າສູ່ສະພາບຈົນຕາແຈ. ຜູ້ຕາງໜ້າລັດຖະບານ ອິດສະຣາແອັນ ໄດ້ຕັດສິນໃຈບໍ່ເຂົ້າຮ່ວມຮອບເຈລະຈານີ້ໃນວິນາທີສຸດທ້າຍຂອງວັນທີ 3 ມີນາ ໂດຍອ້າງເຫດຜົນວ່າ ຍ້ອນ ຮາມາດສ ບໍ່ຍອມສະໜອງບັນຊີລາຍຊື່ຕົວປະກັນທີ່ຍັງມີຊີວິດ.
ໃນຂະນະນັ້ນ, ວັນທີ 5 ມີນາ, ຂະບວນການ ຮາມາດສ ຢັ້ງຢືນວ່າ ຈະສືບຕໍ່ເດີນຕາມການເຈລະຈາຕ່າງໆຜ່ານບັນດາປະເທດເປັນກາງໄກ່ເກ່ຍສາກົນ, ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ.
ບາທີ, ນັກຂ່າວ VOV ປະຈຳ ອີຢິບ