ການປະທະກັນ ອິດສະຣາແອັນ - ຮາມາດ: ກອງທັບ ອິດສະຣາແອັນ ຍູ້ແຮງບັ້ນບຸກໂຈມຕີ, Hezbollah ຍິງທຳລາຍເຂົ້າໃສ່ ອິດສະຣາແອັນ ຢ່າງດຸເດືອດ
(VOVWORLD) - IDF ກໍຢັ້ງຢືນວ່າເກີດການປະທະກັນຢ່າງດຸເດືອດກັບບັນດາມືປືນຢູ່ໃກ້ໂຮງໝໍ Shifa, ເຊິ່ງເປັນຮາກຖານສາທາລະນະສຸກໃຫຍ່ສຸດເຂດ ກາຊາ ແລະ ພວມເປັນບ່ອນລີ້ໄພຂອງຊາວ ປາແລັດສະຕິນ ປະມານ 20.000 ຄົນ.
Hezbollah ຍິງທຳລາຍຢ່າງດຸເດືອດເຂົ້າ ອິດສະຣາແອັນ (ພາບ: ສຳນັກຂ່າວສານຊິນຮວາ) |
ວັນທີ 12 ພະຈິກ, ເຊິ່ງເປັນມື້ທີ 37 ໃນການບຸກໂຈມຄັ້ງໃຫຍ່ເຂົ້າເຂດ ກາຊາ ແນໃສ້ລົບລ້າງຂະບວນການ ຮາມາດ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາບັ້ນບຸກໂຈມຕີທາງອາກາດ, ປືນໃຫຍ່, ສົມທົບກັບການບຸກໂຈມຕີທາງບົກເຂົ້າຫຼາຍເປົ້າໝາຍຢູ່ທົ່ວເຂດກາຊາ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ບັນດາການບຸກໂຈມຕີທາງບົກຢູ່ເຂດພາກເໜືອ ກາຊາ ບັນລຸໄດ້ຫຼາຍບາດກ້າວສຳຄັນ, ລວມທັງການຍາດສິດຄວບຄຸມບາງເຂດຕົວເມືອງໃກ້ນະຄອນ Beit Hanoun. IDF ກໍຢັ້ງຢືນວ່າເກີດການປະທະກັນຢ່າງດຸເດືອດກັບບັນດາມືປືນຢູ່ໃກ້ໂຮງໝໍ Shifa, ເຊິ່ງເປັນຮາກຖານສາທາລະນະສຸກໃຫຍ່ສຸດເຂດ ກາຊາ ແລະ ພວມເປັນບ່ອນລີ້ໄພຂອງຊາວ ປາແລັດສະຕິນ ປະມານ 20.000 ຄົນ.
ກ່ຽວຂ້ອງເຖິງສະພາບການສົງຄາມຢູ່ເຂດຊາຍແດນລະຫວ່າງ ອິດສະຣາແອັນ ແລະ ລີບັງ, ກຳລັງ Hezbollah ຢູ່ພາກໃຕ້ ລີບັງ ໃນວັນທີ 12 ພະຈິກ ໄດ້ຍິງທຳລາຍຢ່າງດຸເດືອດດ້ວຍລູກສອນໄຟ, ປືນໃຫຍ່… ເຂົ້າສະຖານທີ່ຕ່າງໆຂອງ ອິດສະຣາແອັນ ຢູ່ເຂດຊາຍແດນ, ເຮັດໃຫ້ມີຜູ້ຮັບບາດເຈັບ 21 ຄົນ.