ການປ່ຽນໃໝ່ກົນໄກ ນະໂຍບາຍການເງິນໜູນຊ່ວຍການສ້າງ ໂຄງປະກອບລັດວິສາຫະກິດຄືນໃໝ່

ການປ່ຽນໃໝ່ກົນໄກ ນະໂຍບາຍການເງິນໜູນຊ່ວຍການສ້າງ ໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1
ພາບປະກອບ: chinhphu.vn

(vovworld) - ​ໃນ​ຂອບ​ເຂດ​ໂຄງການ ”ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ ​ແລະ ໜູ​ນຊ່ວຍ​ການ​ບໍລິຫານ​ບໍລິສັດ”, ວັນ​ທີ 31/5 ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ເງິນ​ໄດ້​ສົມທົບ​ກັບ​ທະນາຄານ​ພັດທະນາ​ອາຊີ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ”ປ່ຽນ​ໃໝ່​ກົນ​ໄກ, ນະ​ໂຍບາຍ​ການ​ເງິນ​ໜູນ​ຊ່ວຍ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ຕາງ​ໜ້າ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ, ບໍລິສັດ​ໃຫຍ່​ຂອງ​ລັດ ​ໄດ້​ຍົກ​ອອກ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຍັງຄົງ​ຄ້າງ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ພິ​ເສດ​ແມ່ນ​ການ​ຊັບຊ້ອນ, ສ້າງ​ອົງ​ປະກອບ​ຂະ​ແໜງ​ອາຊີບ​ດຳ​ເນີນ​ທຸລະ​ກິດ, ຊັບ​ຊ້ອນ​ແຮງ​ງານ​ເຫຼືອ​ຄືນ​ໃໝ່… ທ່ານ Dang Quyet Tien, ຮອງ​ຫົວໜ້າ​ກົມ​ການ​ເງິນ​ວິ​ສາ​ຫະກິດ, ສັງກັດ​ກະຊວງ​ການ​ເງິນ​ເວົ້າ​ວ່າ:

        ”ກ່ອນ​ອື່ນ​ແມ່ນ​ຕ້ອງ​ຍອມຮັບ​ການ​ຊັບຊ້ອນ​ຄືນ​ໃໝ່​ຢ່າງ​ເຖິງ​ຖອງ, ຍອມຮັບ​ການ​ຍຸບ​ເລິກ​ບາງ​ຂະ​ແໜງ​ອາຊີບ ​​ໃນກຸ່ມບໍລິສັດ​, ບໍລິສັດໃຫຍ່​ . ກ່ຽວ​ກັບ​ດ້ານ​ການ​ເງິນ, ຕ້ອງ​ຍອມຮັບວ່າ, ​ເມື່ອ​ຊັບຊ້ອນວຽກ​ງານ​ຄືນ​ໃໝ່​ບາງ​ເທື່ອຈະ​ຫຼຸບ​ທຶນ, ​ແຕ່​ຕ້ອງ​ຮັບ​ຮູ້​​ເພື່ອ​ຖອດ​ຖອນ​ບົດຮຽນ. ບັນດາ​ມາດ​ຕະການ​ດ້ານ​ການ​ເງິນ​ຂອງ​ພວກ​ເຮົາ​ຈະ​ຜັນ​ຂະຫຍາຍ​ພ້ອມ​ກັບ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຍູ້​ໄວ​ການແກ້​ໄຂ​ດ້ານ​ການ​ເງິນ, ​ແລະ ຜູ້​ອອກ​ແຮງ​ງານ​ຍູ້​ໄວ​ການ​ສ້າງ​ໂຄງ​ປະກອບ, ຫັນ​ເປັນ​ຫຸ້ນ​ສ່ວນ”.

ຂ່າວ/ບົດ​ອື່ນ