ການຜັນຂະຫຍາຍ ການປະຕິບັດລັດຖະທຳ ມະນູນແມ່ນໜ້າທີ່ສຳຄັນ
ກອງປະຊຸມທົ່ວປະເທດເພື່ອຜັນຂະຫຍາຍການປະຕິບັດລັດຖະທຳມະນູນ
(ພາບອີນເຕີແນັດ)
(vovworld) - ການຜັນຂະຫຍາຍການປະຕິບັດລັດຖະທຳມະນູນແມ່ນໜ້າທີ່ສຳຄັນ, ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ທີ່ກອງປະຊຸມທົ່ວປະເທດເພື່ອຜັນຂະຫຍາຍການປະຕິບັດລັດຖະທຳມະນູນ ເຊິ່ງດຳເນີນໃນຕອນເຊົ້າວັນທີ 08/01, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ຈັດຕັ້ງຜ່ານເຄືອຂ່າຍອີນເຕີແນດຢູ່ບັນດາສະຖານທີ່ຄື; ວິ້ງຟຸ່ກ, ບັ໋ກນິງ, ຮ່ວາບິ່ງ, ຮືງອຽນ, ຮ່ານາມ.
ຕາມທ່ານປະທານສະພາແຫ່ງຊາດ ຫງວຽນຊິ່ງຮຸ່ງ ແລ້ວ, ເພື່ອນຳລັດຖະທຳມະນູນເຂົ້າຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຕັ້ງໜ້າເຖິງທຸກຂົງເຂດຂອງຊີວິດສັງຄົມນັ້ນ ການຜັນຂະຫຍາຍລັດຖະທຳມະນູນ ແມ່ນໜ້າທີ່ສຳຄັນ, ສົ່ງຜົນສະທ້ອນຢ່າງເລີກເຊິ່ງ, ກວ້າງຂວາງເຖິງທົ່ວລະບົບການເມືອງ.
“ວິວັດການຜັນຂະຫຍາຍລັດຖະທຳມະນູນ ຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ, ເຂັ້ມງວດຂອງປະຊາຊົນ ແລະ ຂອງທຸກຂະແໜງການ, ທຸກຂັ້ນ. ລັດຖະທຳມະນູນ ສສ ຫວຽດນາມ ມີຜົນສັກສິດນັບແຕ່ວັນທີ 01/01/2014 ເປັນຕົ້ນໄປ. ຕາມມະຕິຂອງສະພາແຫ່ງຊາດ ແລ້ວ, ຕ້ອງຕັ້ງໜ້າຜັນຂະຫຍາຍການປະຕິບັດລັດຖະທຳມະນູນ, ຢ່າງເປັນເອກະພາບ ແລະ ມີປະສິດທິຜົນ, ໂຄສະນາບັນດາຄຸນຄ່າຂອງລັດຖະທຳມະນູນຢ່າງທັນການ, ກໍ່ຄືຄວາມໝາຍດ້ານວິທະຍາສາດ ແລະ ສະພາບຕົວຈິງຂອງລັດຖະທຳມະນູນ ເຖິງປະຊາຊົນທຸກຊັ້ນວັນນະ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບລັດຖະທຳມະນູນ, ສະຕິປະຕິບັດລັດຖະທຳທະນູນ, ຮັບປະກັນລັດຖະທຳມະນູນໄດ້ຮັບການເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດໃນຊີວິດສັງຄົມ”.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບເນື້ອໃນສຳຄັນຂອງລັດຖະທຳມະນູນ, ແຜນການຜັນຂະຫຍາຍລັດຖະທຳມະນູນຂອງຄະນະປະຈຳສະພາແຫ່ງຊາດ, ຈາກນັ້ນແຕ່ລະຂະແໜງຈະວາງແຜນການຕົວຈິງເພື່ອປະຕິບັດລັດຖະທຳມະນູນ ໃຫ້ຖືກກັບຈຸດປະສົງ, ຄວາມຮຽກຮ້ອງ ແລະ ໄດ້ຮັບໝາກຜົນ.