ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ປະຈຸບັນ, ຫວຽດນາມ ມີ 349 ຄົນຕິດໂລກລະບາດໂຄວິດ-19, ໃນນັ້ນ 209 ຄົນແມ່ນຕິດມາຈາກຕ່າງປະເທດ
ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: AFP/TTXVN)

ໄລ່ຮອດເວລາ 18 ໂມງຂອງວັນທີ 19 ມິຖຸນາ, ເປັນມື້ທີ 64 ແລ້ວທີ່ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໃໝ່ໃນຊຸມຊົນ. ປະຈຸບັນ, ຫວຽດນາມ ມີ 349 ຄົນຕິດໂລກລະບາດໂຄວິດ-19, ໃນນັ້ນ 209 ຄົນແມ່ນຕິດມາຈາກຕ່າງປະເທດ, ພາຍຫຼັງເຂົ້າເມືອງກໍ່ໄດ້ແຍກຕົວໂດຍທັນທີ.

        ໃນຂະນະນັ້ນ, ທົ່ວໂລກມີລວມທັງໝົດຜູ້ຕິດໂລກລະບາດໂຄວິດ-19 8.570.264 ຄົນ ໃນນັ້ນມີ 455.578 ຄົນເສຍຊີວິດ.

        ໃນວັນທີ 18 ມິຖຸນາ, ອາເມລິກາ ແລະ ບຣາຊິນ ແມ່ນ 2 ປະເທດໃນໂລກມີກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຫຼາຍທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອຕາມລຳດັບແມ່ນ 27.903 ແລະ 23.050 ຄົນ.

        ຢູ່ເອີລົບ, ຍອດຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ລັດເຊຍ ໄດ້ຂຶ້ນເຖິງ 561.091 ຄົນ, ພາຍຫຼັງທີ່ກວດພົບຜູ້ຕິດເຊື້ອໂຄວິດໃໝ່ຕື່ມອີກ 7.790 ຄົນ.

        ຢູ່ອາຊີ, ອິນເດຍ ຍັງແມ່ນປະເທດທີ່ມີການແຜ່ລະບາດຢ່າງຮຸນແຮງຂອງໂລກລະບາດ, ດ້ວຍຈຳນວນຜູ້ຕິດໂລກລະບາດໃນມື້ໜຶ່ງເພີ່ມຂຶ້ນ 13.827 ຄົນ. ມາຮອດປະຈຸບັນ, ອິນເດຍ ມີຜູ້ຕິດໂລກລະບາດໂຄວິດ-19 ທັງໝົດແມ່ນ 381.091 ຄົນ.

        ສ່ວນຢູ່ອິນໂດເນເຊຍ, ມາຮອດປະຈຸບັນຍັງແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ມີຜູ້ຕິດໂລກລະບາດໃນມື້ໜຶ່ງແມ່ນຫຼາຍກວ່າ 1.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ