ກ​ານ​ຜະ​ລິດ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ​ຂອງ​ສາ​ກົນ

(VOVWORLD) -      ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການແກ້ໄຂຂໍ້ຕິດຂັດກ່ຽວກັບດ້ານເຕັກນິກ ເພື່ອຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດໃນໄລຍະເກີດໂລກລະບາດໂຄວິດ - 19
ກ​ານ​ຜະ​ລິດ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ​ຂອງ​ສາ​ກົນ - ảnh 1ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການແກ້ໄຂຂໍ້ຕິດຂັດກ່ຽວກັບດ້ານເຕັກນິກ ເພື່ອຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດໃນໄລຍະເກີດໂລກລະບາດໂຄວິດ - 19 (ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການຈຳໜ່າຍຜະລິດຕະພັນກະເສດປະສົບກັບຄວາມຫຍຸ້ງຍາກໃນສິນຄ້າບາງຊະນິດ ຍ້ອນສາເຫດພາວະວິໄສ ແລະ ອັດຕະວິໄສ. ໂດຍສະເພາະແມ່ນບັນດາຂໍ້ຕິດຂັດທາງດ້ານເຕັກນິກ ກ່ຽວກັບການກັກກັນພະຍາດ, ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ຂໍ້ກຳນົດກ່ຽວກັບການຫຸ້ມຫໍ່, ກາໝາຍ…. ສຳລັບຕະຫຼາດສົ່ງອອກ ທີ່ເປັນທ້ອງຖິ່ນພວມປະຕິບັດບັນດາມາດຕະການເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19, ທ່ານ ຫງວຽນຍືຕຽບ, ຫົວໜ້າກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ຖືວ່າ:

        “ການຜະລິດຕ້ອງປະຕິບັດຕາມຄຳແນະນຳລວມຂອງ ອົງການຜະລິດຕະພັນກະເສດ ແລະ ສະບຽບອາຫານ ສປຊ ແລະ ອົງການອະນາໄມໂລກ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນການປຸ່ງແຕ່ງສະບຽງອາຫານ. ບັນດາມາດຕະການ ເຊິ່ງ 2 ອົງການດັ່ງກ່າວ ໄດ້ຍົກອອກມາ ແມ່ນຄ້າຍຄືກັນກັບຄຳຊີ້ນຳຂອງລັດຖະບານ ແລະ ກະຊວງສາທາລະນະສຸກ ຫວຽດນາມ, ເພາະສະນັ້ນ, ຖ້າຫາກວ່າ ບັນດາວິສາຫະກິດປະຕິບັດບັນດາຄຳຮຽກຮ້ອງຂອງລັດຖະບານ ແລະ ກະຊວງສາທາລະນະສຸກໄດ້ເປັນຢ່າງດີນັ້ນ, ແນ່ນອນວ່າ ຈະແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກກ່ຽວກັບການສົ່ງອອກໃນສະພາບການທີ່ໂລກລະບາດມີການຜັນແປຢ່າງສັບສົນຄືໃນປັດຈຸບັນ”.


ຕອບກັບ

ຂ່າວ/ບົດ​ອື່ນ