ການຜະລິດອຸດສາຫະກຳ ທົ່ວປະເທດເພີ່ມຂຶ້ນ 4,2% ໃນ 5 ເດືອນຕົ້ນປີ

 ການຜະລິດອຸດສາຫະກຳ ທົ່ວປະເທດເພີ່ມຂຶ້ນ 4,2% ໃນ 5 ເດືອນຕົ້ນປີ - ảnh 1
ພາບ: ອິນເຕີແນັດ

( vovworld ) – ​ໃນ 5 ​ເດື​ອນຕົ້ນປີ, ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​ຂອງ​ຫວຽດນາມ ​ເພີ່ມ​ຂຶ້ນ 4,2% ​ເມື່ອທຽບ​ກັບ​ໄລຍະ​ດຽວກັນ​ຂອງ​ປີ​ກາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 25/5, ຜູ້ຕາງໜ້າ​ກະຊວງ​ແຜນການ ​ແລະ​ ການ​ລົງທຶນ​ໃຫ້​ຮູ້​ວ່າ: ປະລິມານ​ຜະລິດ​ຕະພັນ​ອຸດສາຫະກຳ​ຈຳນວນ 1 ຄ້າງ​ສາງຍັງ​ຢູ່​ໃນ​ລະດັບ​ຫຼາຍ​ຄື: ຊີມັງ, ຍານພາຫະນະ. ​ແລະ​ ກໍ​ໃນ 5 ​ເດືອນ​ຜ່ານ​ມາ, ຍອດ​ມູນ​ຄ່າ​ບັນດາ​ສັນຍາ ODA ຊື່​ງຫວຽດນາມ ​ໄດ້​ເຊັນ​ກັບ​ບັນດາ​ນັກ​ອຸປະຖຳ​ບັນລຸ​ກ່ວາ 2,1 ຕື້​ໂດ​ລາ​ສະຫະລັດ, ​ໃນ​ຂະນະ​ທີ່​ໝາກຜົນປ່ອຍ​ເງິນ  ODA ບັນລຸ 530 ລ້ານໂດ​ລາ​ສະຫະລັດ, ​ເທົ່າ​ກັບ 25% ຂອງ​​ແຜນການ​ທັງ​ປີ. ໜ້າ​ສົນ​ໃຈນັ້ນ​ແມ່ນ, ​ຍອດ​ລາຍ​ຮັບ​ງົບປະມາ​ນແຫ່ງ​ລັດ​ໃນ 5 ​ເດືອນ​ຕົ້ນປີ​ບັນລຸ​ກ່ວາ 219.000 ຕື້​ດົ່ງ​ ​ເພີ່ມ​ຂຶ້ນ 3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ມີວິ​ສາ​ຫະກິດ​ໄດ້​ຮັບ​ການ​ສ້າງຕັ້ງ​ໃຫມ່ປະມານ 30.000 ​ແຫ່ງ. ທີ່​ການ​ປະຊຸມ, ທ່ານ  Cao Viet Sinh ລັດຖະມົນຕີກະຊວງ​ແຜນການ ​ແລະ ​ການ​ລົງທຶນ​​ໃຫ້​ຮູ້​ວ່າ: ​ເບິ່ງ​ລວມ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ສະພາບ​ເສດຖະກິດ​ໄດ້​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ແຕ່​ຍັງ​ບໍ່​ທັນມີ​ຄວາມ​ເປັນ​ປົກກະຕິ​ຢ່າງ​ແທ້​ຈິງ. ​ໃນ​ໄ​ລຍະ​ທີ່​ຈະ​ມາ​ເຖິງ, ອົງການ​ມີໜ້າທີ່​ຮັບຜິດຊອບ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ເພີ່ມ​ຄວາມ​ຕ້ອງການ-​ກະຕຸ້ນ​ການ​ໃຊ້​ສອຍ ​ເພື່ອ​ຫລຸດຜ່ອນປະລິມານ​ສິນຄ້າ​ຄ້າງ​ສາງ, ສືບຕໍ່​ບໍລິຫານອັດຕາ​ດອກ​ເບ້ຍຢ່າງມີ​ໄຫວ​ພິ​ບ ​ເພີ່ມ​ຄວາມ​ສາມາດ​ສຳ​ພັດ ​ແລະ ກູ້​ຢືມ​ທຶນ​ຂອງ​ວິ​ສາ​ຫະກິດ.

 

 

 

ຂ່າວ/ບົດ​ອື່ນ