ການຜະລິດອຸດສາຫະກຳ ໃນໄຕມາດທີ 1-ປີ 2014 ບັນລຸລະດັບ ເຕີບໂຕ 5,2%
(ພາບ: http://cafef.vn)
(vovworld)- ການຜະລິດອຸດສາຫະກຳໃນໄຕມາທີ 1-ປີ 2014 ບັນລຸລະດັບເຕີບໂຕ 5,2%, ວົງເງິນສົ່ງອອກໃນໄຕມາດທີ 1 ຄາດວ່າບັລຸເກືອບ 23% ແຜນການປີ ແລະສູງກ່ວາຫຼາຍເມື່ອທຽວກັບຄາດໝາຍເຕີບໂຕການສົ່ງອອກໂດຍ ສະພາແຫ່ງຊາດ ຫວຽດນາມ ວາງອອກ. ນີ້ແມ່ນຈຸດພົ້ນເດັ່ນທີ່ໄດ້ຖືກຍົກອອກມາ ທີ່ການປະຊຸມຂ່າວຂອງ ກະຊວງອຸດສາຫະກຳການຄ້າຫວຽດນາມ ຊື່ງຈັດຈຶ້ນໃນຕອນບ່າຍວັນທີ 7/4, ຢູ່ຮ່າໂນ້ຍ. ຕາມການລາຍງານຂອງກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລ້ວ, ການຜະລິດຂອງຂະແໜງຈຳນວນ 1 ມີສັນຍານຟື້ນຕົວຄືນ. ໃນ 3 ເດືອນຕົ້ນປີ, ການຜະລິດຂອງບາງຂະແໜງຄື: ຕ່ຳແຜ່ນຕັດຫຍີບ, ເກີບໜັງມີຄວາມສະດວກສະບາຍພໍສົມຄວນ, ຕະຫຼາດສົ່ງອອກ ແລະ ຈຳໜ່າຍພາຍໃນປະເທດພວມຟື້ນຕົວຄືນ ແລະ ບັນລຸລະດັບການເຕີບໂຕສູງກ່ວາປີກ່ອນ, ໃບສັ່ງຊຶ້ນສິນຄ້າເປັນປົກກະຕິຮອດໝົດໄຕມາດທີ 3, ຊ້ຳບໍ່ໜຳແມ່ນທັງປີສຳລັບບັນດາວິສາຫະກິດຂະແໜງຕ່ຳແຜ່ນຕັດຫຍີບ, ວິສາຫະກິດເກີບໜັງ. ໄລ່ຮອດທ້າຍໄຕມາດທີ 1, ມີ 10 ໝວດສິນຄ້າບັນລຸວົງເງິນສົ່ງອອກກ່ວາ 1 ຕື້ USD./.