ການຜະລິດໃນຊຸມວັນຕົ້ນປີໃໝ່ ຢູ່ທ້ອງຖິ່ນຕ່າງໆມີບັນຍາກາດຄຶກຄື້ນ
(VOVWORLD) - ວັນທີ 08 ກຸມພາ, ຄະນະກຳມະການປະຊາຊົນແຂວງ ຖ໊າຍບິ່ງ ໄດ້ຈັດຕັ້ງພິທີປຸກລະດົມ “ວິສາຫະກິດແຂ່ງຂັນຍູ້ແຮງການຜະລິດ, ດໍາເນີນທຸລະກິດ” ຂຶ້ນຢ່າງສົມກຽດຢູ່ ບໍລິສັດຫຸ້ນສ່ວນສາກົນ ບ໋າວຮຶງ. ນີ້ແມ່ນການເຄື່ອນໄຫວປະຈຳປີ ເຊິ່ງຖືກຈັດຂຶ້ນໃນໂອກາດຕົ້ນປີໃໝ່, ສ້າງກຳລັງໜູນໃຫ້ແກ່ຖັນແຖວນັກທຸລະກິດ, ວິສາຫະກິດມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູການພັດທະນາໃນສະພາບໂລກລະບາດມີການຜັນແປຢ່າງສັບສົນ.
ພິທີປຸກລະດົມ “ວິສາຫະກິດແຂ່ງຂັນຍູ້ແຮງການຜະລິດ, ດໍາເນີນທຸລະກິດ” ຂຶ້ນຢ່າງສົມກຽດຢູ່ ບໍລິສັດຫຸ້ນສ່ວນສາກົນ ບ໋າວຮຶງ (ພາບ: laodong.vn) |
ວິສາຫະກິດນັບຮ້ອຍແຫ່ງມີເງິນລົງທຶນຈາກຕ່າງປະເທດ ພວມເຄື່ອນໄຫວຢູ່ ເຂດອຸດສາຫະກຳໃນບໍລິເວນແຂວງ ບິ່ງເຢືອງ ໄດ້ກັບຄືນສູ່ການເຄື່ອນໄຫວຢ່າງຄຶກຄື້ນໃນຊຸມວັນເຮັດວຽກທຳອິດ ພາຍຫຼັງໄລຍະພັກບຸນປີໃໝ່ປະຈຳຊາດປີຂານ 2022. ຢູ່ບໍລິສັດ Gunzental ຫວຽດນາມ ຢູ່ ເຂດອຸດສາຫະກຳ VSIP 2 ມີກຳມະກອນ, ຜູ້ອອກແຮງງານໄດ້ກັບຄືນມາເຮັດວຽກເຖິງ 95% ແລະ ທຸກການເຄື່ອນໄຫວຜະລິດລ້ວນແຕ່ໄດ້ຜັນຂະຫຍາຍເປັນປົກກະຕິພາຍຫຼັງໄລຍະພັກບຸນເຕັດ. ໃນຂະນະນັ້ນ, ທ່ານປະທານກຳມະບານເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ໃຫ້ຮູ້ວ່າ, ມີວິສາຫະກິດຫຼາຍແຫ່ງໃນລະບົບບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ໄດ້ເຄື່ອນໄຫວດ້ວຍ ສະມັດຕະພາບເກືອບ 100% ສະມັດຕະພາບ.
ຢູ່ນະຄອນ ດ່າໜັງ, ຄະນະພັກນະຄອນ ດ່າໜັງ ໄດ້ເລືອກຫົວຂໍ້ ໃຫ້ປີ 2022 ວ່າ ເປັນ “ປີຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ”. ຮອດຈຸດເວລານີ້, ຢູ່ນະຄອນ ດ່າໜັງ ມີວິສາຫະກິດປະມານ 90% ໄດ້ເຄື່ອນໄຫວດ້ວຍສະມັດຕະພາບ 100% ແລະ ມີຫຼາຍວິສາຫະກິດມີສັນຍານທີ່ເປັນໜ້າຊື່ນຊົມ ດ້ວຍການບັນລຸໄດ້ສັນຍາສັ່ງຊື້ສິນຄ້າຫຼາຍສະບັບ.
ວັນທີ 08 ກຸມພາ, ກຸ່ມບໍລິສັດຫຸ້ນສ່ວນ ວິສາຫະກິດ ສິນໃນນ້ຳ ໄຊງ່ອນ ໄດ້ສົ່ງອອກສິນຄ້າງວດທຳອິດໃນຕົ້ນປີໃໝ່ໄປຍັງ ສ.ເກົາຫຼີ. ຕົ້ນປີ 2022, ປະລິມານສັນຍາສັ່ງຊື້ສິນຄ້າຂອງວິສາຫະກິດ ແມ່ນຫຼາກຫຼາຍພໍສົມຄວນ ນັບທັງການສົ່ງອອກ ແລະ ຢູ່ພາຍໃນປະເທດ; ໃນນັ້ນ, ສິນຄ້າສົ່ງອອກໄປຍັງບັນດາຕະຫຼາດຄື ສ.ເກົາຫຼີ, ອັງກິດ, ໂຮນລັງ ແມ່ນເປັນປົກກະຕິພໍສົມຄວນ, ປະມານ 5 – 7 ຕູ້ຄອນແທນເນີຕໍ່ເດືອນ.