ການຝຶກຊ້ອມໃນແຜນທີ່ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ
ການຝຶກຊ້ອມໃນແຜນທີ່ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ຊ່ວຍບັນເທົາທຸກໂດຍມະນຸດສະທຳ (qdnd) |
(vovworld)- ຕອນເຊົ້າວັນທີ 11/5, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາ ກູ້ໄພກູ້ຊີບໄດ້ຈັດ “ ການຝຶກຊ້ອມໃນແຜນທີ່ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ຊ່ວຍບັນເທົາທຸກໂດຍມະນຸດສະທຳ” ຊຶ່ງມີການເຂົ້າຮ່ວມຂອງກຳລັງກູ້ໄພກູ້ຊີບອາເມລິກາ ແລະ ບາງອົງການຈັດຕັ້ງສາກົນປະຈຳຫວຽດນາມ. ເຂົ້າຮ່ວມມີທ່ານນາງ ຊູຊານ ຊູຕັນ ອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ. ໂດຍເປັນຮັບຜິດຊອບບັນຊາການຝຶກຊ້ອມ, ທ່ານພັນເອກ ຝ້າມວັນຕິ ຮອງຫົວໜ້າກົມໃຫຍ່ກູ້ໄພກູ້ຊີບ ກະຊວງປ້ອງກັນປະເທດ, ຮອງຫົວໜ້າຫ້ອງການ ຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາ ກູ້ໄພກູ້ຊີບ ໃຫ້ຮູ້ວ່າ : (ເທບ)
“ ໂດຍຜ່ານການຝຶກຊ້ອມໃນແຜນທີ່ເພື່ອແນໃສ່ບຳລຸງດ້ານລະດັບຄວາມຮູ້ການຈັດຕັ້ງຂອງຜູ້ບັນຊາ, ພິເສດແມ່ນຄວາມສາມາດແກ້ໄຂບັນດາສະພາວະໂດຍອະທິຖານ. ພ້ອມກັນນັ້ນ ກໍເປັນດານຝຶກຝົນດ້ານຄວາມສາມາດເຄື່ອນໄຫວຂອງບັນດາອົງການເສນາທິການເມື່ອແກ້ໄຂສະພາວະໄພພິບັດທຳມະຊາດ, ເປັນພື້ນຖານເມື່ອໝູນໃຊ້ເຂົ້າພຶດຕິກຳຕົວຈິງເພື່ອໃຫ້ພວກເຮົາຈັດຕັ້ງການຝຶກຊ້ອມເປັນຢ່າງດີ ”