ທ່ານ ຫງວຽນທ້ຽນເຍີນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນສະມາຄົມພຸດທະສາສະຫນາຫວຽດນາມ
ພາບ:TTXVN
|
(vovworld)- ເນື່ອງໃນໂອກາດວັນບຸນວິສາຂະບູຊາປີ 2016 ພສ 2560, ຕອນເຊົ້າວັນທີ 17/5, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມອວຍພອນ,ສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ. ນະທີ່ນີ້ ທ່ານ ຫງວຽນທ້ຽນເຍີນ ໄດ້ຢືນຢັນ: ໃນຕະຫລອດໄລຍະປະຫວັດສາດ, ສາສະຫນາພຸດ ຍາມໃດກໍພ້ອມກັບປະເທດຊາດ, ປະກອບສ່ວນສ້າງມູນເຊື້ອຮັກຊາດຂອງຊາດຫວຽດນາມ. ໃນໄລຍະຜ່ານມາ, ມີ ພະມະຫາອາຈານ ໄດ້ເຂົ້າຮ່ວມສະພາແຫ່ງຊາດ, ປະກອບສ່ວນນຳທັດສະນະຂອງພະສົງສຳມະເນນສາສະນິກະຊົນໃນທົ່ວປະເທດເຖິງສະພາແຫ່ງຊາດ. ການພັດທະນາຢ່າງແຮງຂອງສາສະຫນາພຸດ ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງສິດເສລິໃນການເຊື່ອຖືສາສະຫນາຂອງຫວຽດນາມ. ສ່ວນພະມະຫາອາຈານ ທິກແທງຫຍຽວ, ຮອງປະທານສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ ຢືນຢັນ: ຍົດຖາບັນດາສັກ ພ້ອມກັບພະສັງສຳມະເນນ ສາສະນິກະຊົນ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຍາມໃດກໍມີຄວາມສາມັກຄີ, ສະຫນິດຕິດພັນ, ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງສາສະຫນາພຸດຫວຽດນາມ ໃນໄລຍະໃຫມ່, ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.