ການພົບປະຂັ້ນສູງຄັ້ງຕ່າງໆຢູ່ນອກກອງປະຊຸມສຸດຍອດBRICS
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ
ຄູ່ຕຳແໜ່ງ ບຣາຊິນ ທ່ານນາງ Dilma Russeff (ພາບ:TTXVN)
|
(vovworld) - ຢູ່ນະຄອນ Ufa, ສະຫະພັນລັດເຊຍ ພວມດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນແຖວໜ້າໃນໂລກ (BRICS) ແລະ ວາລະປະຊຸມສະພາປະມຸກລັດບັນດາປະເທດຂຶ້ນກັບອົງການຮ່ວມມືຊຽງໄຮ (SCO). ນີ້ແມ່ນ 2 ເຫດການໃຫຍ່ຂອງ 2 ກຸ່ມເສດຖະກິດ ຊຶ່ງ ລັດເຊຍ ພວມເປັນປະທານ. ຫຼາຍບັນຫາພາກພື້ນ ແລະ ສາກົນຖືກຍົກອອກມາປຶກສາຫາລືໃນການພົບປະລະຫວ່າງບັນດາປະມຸກລັດຢູ່ທີ່ນີ້.
ກ່ອນພິທີໄຂກອງປະຊຸມສຸດຍອດ BRICS ຢ່າງເປັນທາງການໃນວັນທີ 9/7, ວັນທີ 8/7, ປະທານາທິບໍດີ ລັດເຊຍ ມີການພົບປະ2ຝ່າຍ 6 ຄັ້ງກັບການນຳບັນດາປະເທດຄື: ຈີນ, ບຣາຊິນ, ອາບຟີກາໃຕ້, ອິນເດຍ, ເບລາຣຸດ ແລະ ຕາຈີກິດສະຖານ. ໃນຖະແຫຼງການຮ່ວມພາຍຫລັງການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ບຣາຊິນ ທ່ານນາງ Dilma Russeff, 2 ຝ່າຍຖືວ່າ: ການພົວພັນ 2 ປະເທດພວມພັດທະນາຢ່າງຕັ້ງໜ້າ ແລະ ເຫັນດີເປັນເອກະສັນນຳກັນວ່າ, ການບິນ ແລະ ອາວະກາດ ແມ່ນບັນດາຂົງເຂດເຕັກໂນໂລຢີສູງ ເຊິ່ງ ລັດເຊຍ ແລະ ບຣາຊິນ ຄວນຊຸກຍູ້ການຮ່ວມມືກວ່າອີກໃນອະນາຄົດ. ທ່ີການພົບປະກັບທ່ານປະທານາທິບໍດີ ອາບຟີກາໃຕ້ Jacob Zuma, ການນຳ 2 ປະເທດໄດ້ເຕື້ອງເຖິງ ຫລາຍບັນຫາໃນການພົວພັນ 2 ຝ່າຍ, ພິເສດແມ່ນປຶກສາຫາລືບັນດາມາດຕະຖານລະອຽດ ເພື່ອປັບປຸງສະພາບວົງເງິນການຄ້າລະຫວ່າງ 2 ປະເທດຖືກຊຸດໂຊມ. ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປຶກສາຫາລືກ່ຽວກັບບັນຫາຮ່ວມມືໃນການສ້າງພາກພື້ນການຄ້າເສລີລະຫວ່າງ ອິນເດຍ ແລະ ພັນທະມິດເສດຖະກິດອາຊີ - ເອີລົບ (EAEU) ເຊິ່ງ ລັດເຊຍ ເປັນປະເທດນຳໜ້າ. ການນຳ 2 ທ່ານກໍ່ປຶກສາຫາລືບັນຫາການຮ່ວມມືໃນຂົງເຂດພະລັງງານປະລະມານູ, ການຮ່ວມມືດ້ານເຕັກນິກການທະຫານ ແລະ ການເຊື່ອມໂຍງບັນດາລະບົບ GPS ທົ່ວໂລກ .