ການພົບປະສົນທະນາວິທະຍາສາດ “ໂຮ່ຈິມິນກ່ຽວກັບການກໍ່ສ້າງ, ປັບປຸງພັກ“
(ພາບປະກອບ: bttv.org.vn)
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈິມິນ, ຕອນເຊົ້າວັນທີ 16/5, ຢູ່ຮ່າໂນ້ຍ, ສະຖາບັນໂຮ່ຈິມິນ ແລະ ບັນດາການນຳຂອງພັກ ສັງກັດສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດການພົບປະສົນທະນາວິທະຍາສາດ “ໂຮ່ຈິມິນກ່ຽວກັບການກໍ່ສ້າງ, ປັບປຸງພັກ“. ນະທີ່ນີ້, ບັນດານັກວິທະຍາສາດໄດ້ສຸມໃສ່ເຮັດແຈ້ງບາງເນື້ອໃນຄື: ພັກເອົາລັດທິມາກ-ເລນິນ ເປັນພື້ນຖານດ້ານແນວຄິດ, ແມ່ນເຂັມຊີ້ທິດໃຫ້ແກ່ການກະທຳ, ຍາມໃດກໍ່ຕ້ອງເອົາໃຈໃສ່ເປັນພິເສດຕໍ່ການຍົກສູງລະດັບທິດສະດີມາກ-ເລນິນ ໃຫ້ແກ່ພະນັກງານ, ສະມາຊິກພັກ; ສ້າງຮາກຖານພັກ ແລະ ຖັນແຖວພະນັກງານ, ສະມາຊິກພັກ. ດຣ ຫງວຽນທິກິມຢູງ, ສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ໃຫ້ຄຳເຫັນວ່າ:
“ປະຕິບັດວຽກງານຈັດຕັ້ງພັກຢູ່ຮາກຖານເປັນຢ່າງດີ ແມ່ນປັດໄຈສຳຄັນເພື່ອໃຫ້ພັກມີຄວາມໝັ້ນຄົງເຂັ້ມແຂງ. ໜ່ວຍພັກແມ່ນບ່ອນຊາບຊືມ ແລະ ປຶກສາຫາລືມາດຕະການປະຕິບັດບັນດາມະຕິຂອງພັກຢ່າງເຖິງຖອງ, ແມ່ນບ່ອນຕໍ່ສູ້ກ່ຽວກັບທັດສະນະ ແລະ ຝຶກຝົນຫຼໍ່ຫຼອມສະມາຊິກພັກ. ສະນັ້ນ, ຢາກປະຕິບັດແຜນການຂອງພັກເປັນຢ່າງດີ, ກ່ອນອື່ນໝົດ, ຕ້ອງເອົາໃຈໃສ່ຕໍ່ການປັບປຸງໜ່ວຍພັກ“.