(ພາບປະກອບ: moj.gov.vn)
(vovworld)- ຕອນເຊົ້າວັນທີ 17/8, ຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຈັດການພົບປະສົນທະນາວິທະຍາສາດກ່ຽວກັບສະພາລັດຖະທຳມະນູນໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ສະພາລັດຖະທຳມະນູນແມ່ນ 1 ໃນບັນດາເນື້ອໃນສຳຄັນດ້ວຍ 5 ບັນຫາພວມສືບຕໍ່ໄດ້ຮັບການປຶກສາຫາລື, ໃຫ້ຄຳເຫັນຄື: ຄວາມຈຳເປັນສ້າງຕັ້ງ, ພື້ນຖານທິດສະດີ, ຮູບແບບການຈັດຕັ້ງ, ໜ້າທີ່ ແລະ ສິດອຳນາດ; ການພົວພັນຂອງສະພາລັດຖະທຳມະນູນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ລະບຽບປ້ອງລັດຖະທຳມະນູນແມ່ນເນື້ອໃນສຳຄັນທີ່ສຸດໃນການຄົ້ນຄ້ວາ, ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງສຳເລັດ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຖືວ່າ: ການສ້າງລະບຽບການນີ້ອີງບົນພື້ນຖານຮັບສິ່ງຍອດຍິງດ້ານວິທະຍາສາດຂອງມວນມະນຸດ ແລະ ສືບທອດຜົນງານໃນການສ້າງກົງຈັກລັດຫວຽດນາມ ນັບແຕ່ວັນສ້າງຕັ້ງຂຶ້ນມາຮອດປະຈຸບັນ, ມຸ້ງໄປເຖິງຈຸດໝາຍສຳຄັນຂອງການປັບປຸງລັດຖະທຳມະນູນປີ 1992 ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນສະພາບການໃໝ່, ມີວິໄສທັດຍາວນານ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ສະເໜີໃຫ້ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດຈົ່ງຮັບ, ລວບລວມຄຳເຫັນ ແລະ ສືບຕໍ່ປຶກສາຫາລືເພື່ອປະກອບສ່ວນສ້າງລະບຽບການສະພາລັດຖະທຳມະນູນສຳເລັດ.