(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (21/09/1973 – 21/09/2013), ຕອນບ່າຍວັນທີ 24/07, ຢູ່ນະຄອນດ່ານັ້ງ, ສະຫະສະມາຄົມບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ, ສະຫະສະມາຄົມຊາວໜຸ່ມນະຄອນດ່ານັ້ງ ໄດ້ສົມທົບກັບກໍ່າປັ່ນສັນຕິພາບ - ຍີ່ປຸ່ນ ຈັດຕັ້ງການພົບປະສົນທະນາ “ເພື່ອໂລກສັນຕິພາບ, ປອດອາວຸດນິວເຄຼຍ ແລະ ອາວຸດເຄມີ”. ການພົບປະສົນທະນາການໂອກາດເພື່ອໃຫ້ບັນດານັກເຄື່ອນໄຫວສັງຄົມຂອງນະຄອນດ່ານັ້ງ ແລະ ຍີ່ປຸ່ນ, ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ, ພົບປະແລກປ່ຽນ, ແບ່ງປັນບັນດາສິ່ງທີ່ໄດ້ເຫັນ, ໄດ້ຜ່ານຜ່າ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈແບ່ງປັນຄວາມເຈັບປວດໂດຍສົງຄາມກໍ່ຂຶ້ນ, ຮຽງບ່າຮຽງໄຫຼ່ໃນການຕໍ່ສູ້ເພື່ອໂລກສັນຕິພາບ, ປອດອາວຸດນິວເຄຼຍ ແລະ ອາວຸດເຄມີ. ທີ່ການພົບປະສົນທະນາ, ບັນດາຜູ້ແທນໄດ້ຮັບຟັງຄຳເຫັນຂອງນັກເຄື່ອນໄຫວສັງຄົມຫວຽດນາມ ແລະ ຍີ່ປຸ່ນ; ຄຳເຫັນຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດນິວເຄຼຍຂອງຍີ່ປຸ່ນ ກ່ຽວກັບຜົນຮ້າຍຂອງສົງຄາມທີ່ໃຊ້ອາວຸດນິວເຄຼຍ, ອາວຸດເຄມີ ແລະ ຄວາມສຳຄັນຂອງສັນຕິພາບໃນທ່າອຽງປະຈຸບັນ.