ການພົບປະເຈລະຈາໂດຍກົງລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ-ຈີນ
(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລໄຕ້ຫວັນ .
ວັນທີ 10 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ແລະຄູ່ຮ່ວມຕຳແໜ່ງຈີນ ທ່ານ ໄກວເຟິງເຄືຍ ໄດ້ພົບປະເຈລະຈາໂດຍກົງຢູ່ສິງກະໂປ ຢູ່ນອກການເຈລະຈາ Shangri-La 2022 ຈັດຂຶ້ນຢູ່ປະເທດສິງກະໂປ ແຕ່ວັນທີ 10-12 ມິຖຸນາ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄກວເຟິງເຄືຍ ໄດ້ຢ້ຳຄືນຫຼັກໝັ້ນຢືດໝັ້ນຂອງປັກກິງ ທີ່ມີຕໍ່ໄຕ້ຫວັນວ່າ ເກາະແຫ່ງນີ້ ແມ່ນສ່ວນໜຶ່ງຂອງຈີນ.
ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລໄຕ້ຫວັນ ແລະ ຮຽກຮ້ອງໃຫ້ຈີນ “ຈົ່ງລະງັບໃຈ, ຫລີກລ້ຽງບັນດາການກະທຳກໍ່ຄວາມຂາດສະຖຽນລະພາບກ່ວາອີກ”.