ການພົບປະແລກປ່ຽນ“ເດີນທາງສະແດງສີລະປະກັບເມືອດ້ຽນບຽນຝູ”

ການພົບປະແລກປ່ຽນ“ເດີນທາງສະແດງສີລະປະກັບເມືອດ້ຽນບຽນຝູ” - ảnh 1
(ພາບປະກອບຈາກThanh Tùng/TTXVN)

(vovworld)- ວັນ​ທີ 9/3, ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມວັນນະຄະດີສິລະປະ ຫວຽດນາມຈັດ​ຕັ້ງ​ພິທີ​ອອກ​ເດີນທາງ ສົ່ງ​ນັກ​ສິລະ​ປີນ 100 ກ່ວາ​ຄົນ​ໃນ​ທົ່ວປະ​ເທດ “​​​ເດີນທາງສະ​ແດງ​ສິລະ​ປະ​ກັບ​ເມືອດ້ຽນບຽນ​ຝູ”. ​ໃນ​ຈຸດ​ແວ​ຢາມ​ທຳ​ອິດ ຢູ່​ແຂວງ ຮ່ວາ​ບີ່​ງ, ສະຫະພັນ​ບັນດາ​ສະມາຄົມ​ວັນນະຄະດີ ສີ​ລະ​ປະ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່ວາ​ບີ່ງ ຫາ​ກໍ່​ຈັດ​ຕັ້ງ​ລາຍການ​ພົບ​ປະ​​ແລ​ກປ່ຽນ “​​ການ​ເດີນທາງສະ​ແດງ​ສິລະ​ປະ​ກັບ​ເມືອດ້ຽນບຽນ​ຝູ”, ມຸ່ງ​ໄປ​ເຖິງ​ການສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7/5/1954 – 7/5/2014). ລາຍການ​ພົບ​ປະແລກປ່ຽນ​ສິລະ​ປະ​ດັ່ງກ່າວ​ນອນ​ໃນ​ຂອບ​ເຂ​ດການ​​ເຄື່ອນ​ໄຫວ​ສິລະ​ປະຂອງ​ນັກ​ສິລະ​ປິນ​ໃນ​ທົ່ວ​ປະ​ເທດ​ກ່ວາ 100 ຄົນ ຢູ່​ລຽບ​ຕາມ​ທາງ​ຫຼວງ​ເລກ 6 - ​ເຊິ່ງ​ແມ່ນ​ເສັ້ນທາງຕົ້ນ​ຕໍ່​ພາ​ໄປ​ເຖິງ​ເຂດ​ຕໍ່ຕ້ານ ​ທາງ​ທິດຕາ​ເວັນ​ຕົກ ສຽງ​ເໜືອ (​ເຂ​ດ ​ໄຕ​ບັກ). ຢູ່ແຂວງ ຮ່ວາ​ບີ່​ງ, ຄະນະ​ສິລະ​ປະ​ກອງທັບ (​ໂຮງ​ລະຄອນ​ຟ້ອນ​ລຳ​ທຳ​ເພງ ຫວຽດນາມ ) ພ້ອມ​ກັບ​ຄະນະ​ສິລະ​ປະ ​ໄຕ​ບັກ ​ແຂ​ວງ ຮ່ວາ​ບີ່​ງ ​ໄດ້​ແນະນຳ​ເຖິງ​ທ່ານ​ຜູ້​ຟັງ​ບັນດາ​​ບົດ​​ເພງ​ທີ່​ລື​ຊື່​ທີ່​ຕິດ​ພັນ​ກັບ ດ້ຽນບຽນ​ຝູ, ທ່ານ​ປະທານ ​ໂຮ່ຈີ​ມິນ ​ແລະ ພົນ​ເອກ ຫວໍ​ງວຽນ​ຢາ​ບ..​.​



ຂ່າວ/ບົດ​ອື່ນ