ການພົບປະແລກປ່ຽນ ຂ່ຳນັບຊົມເຊີຍວັນ ແພດໝໍຫວຽດນາມ
ທ່ານນາງ ຫງວຽນທິກິມຕ້ຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ
(ພາບ: internet)
Vovworld-ເນື່ອງໃນໂອກາດສະເຫຼີມສະຫຼອງ 57ປີແຫ່ງວັນແພດໝໍຫວຽດນາມ (27ກຸມພາ), ຄອນຄ່ຳວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມໄດ້ຈັດການພົບປະແລກປ່ຽນກ່ຽວກັບຜົນງານດ້ານການແພດຂອງຫວຽດນາມ, ແນໃສ່ເຊີດຊູບັນດານັກວິທະຍາສາດ, ບັນດາທ່ານໝໍທີ່ມີບັນດາກິດຈະການຄົ້ນຄ້ວາວິທະຍາສາດໄດ້ຮັບການຮັບຮູ້ແມ່ນຜົນງານດ້ານການແພດການຢາຂອງຫວຽດນາມ. ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ແນະນຳບັນດາບັນດາຜົນງານດ້ານເຕັກນິກການແພດທີ່ກ້າວໜ້າຊຶ່ງໄດ້ນຳມາເຊິ່ງປະສິດທິຜົນສູງໃນການປິ່ນປົວພະຍາດ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິກິມຕ້ຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມກ່າວວ່າ: “ ກະຊວງສາທາລະນະສຸກຫວຽດນາມຈະຂໍອະນຸຍາດຈາກລັດຖະບານຫວຽດນາມເພື່ອປະຕິບັດທົດລອງການປ່ຽນໃໝ່ແບບວິທີການຄຸ້ມຄອງດ້ານວິທະຍາສາດເຕັກໂນໂລຢີ, ໝາຍຄວາມວ່າຈະມອບເໝົາ ແລະ ສັ່ງເຮັດບັນດາກິດຈະກຳຄົ້ນຄ້ວາໃຫ້ແກ່ບັນດານັກວິທະຍາສາດເພື່ອຜະລິດອອກບັຍດາຜະລິດຕະພັນທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ເພີ່ມທະວີຖັນແຖວພະນັກງານທີ່ມີຄຸນນະພາບສູງ ແລະ ຮັບເອົາການຖ່າຍທອດເຕັກໂນໂລຢີຈາກຕ່າງປະເທດ”