ການພົບປະ 4 ຝ່າຍ ກ່ຽວກັບຢູແກຼນຈະ ຈັດຂຶ້ນຢູ່ເຊີແນວ ໃນວັນທີ 17/4
ລັດຖະມົນຕີການຕ່າງປະເທດອາເມລິກາ-ລັດເຊຍ
(ພາບ: AFP-TTXVN)
(vovworld)- ການພົບປະ 4 ຝ່າຍລວມມີ: ລັດເຊຍ, ອາເມລິກາ, ສະຫະພາບເອີລົບ (ອີຢູ) ແລະ ຢູແກຼນ ພວມໄດ້ຮັບການກະກຽມຢູ່ເຊີແນວ ປະເທດສະວິດ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ອີຢູ ປະກາດວ່າ: ການພົບປະ 4 ຝ່າຍກ່ຽວກັບຢູແກຼນ ອາດຈະຖືກຈັດຂຶ້ນໃນທ້າຍອາທິດໜ້າໃນຂັ້ນລັດຖະມົນຕີການຕ່າງປະເທດ ຊື່ງຄາດວ່າຈະມີການເຂົ້າຮ່ວມຂອງທ່ານ John Kerry ລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານນາງ Catherine Ashton, ຜູ້ຕາງໜ້າຂັ້ນສູງຂອງອີຢູ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ-ການທູດ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ທ່ານ Andriy Deshchytsia ລັດຖະມົນຕີການຕ່າງປະເທດ ໃນອຳນາດການປົກຄອງຊົ່ວຄາວ ຢູແກຼນ. ຝ່າຍລັດເຊຍ ປະກາດຈະເຂົ້າຮ່ວມການພົບປະດ້ວຍເງື່ອນໄຂທີ່ວ່າ: ເນື້ອໃນການປຶກສາຫາລືຕ້ອງຮຽກຮ້ອງໃຫ້ອຳນາດການປົກຄອງຊົ່ວຄາວ ຢູແກຼນ ເຈລະຈາກັບທ້ອງຖິ່ນຕ່າງໆ. ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ພວມລໍຖ້າການອະທິບາຍກ່ຽວກັບຈຸດປະສົງຂອງການພົບປະຄັ້ງນີ້, ພ້ອມທັງຢ້ຳຄືນຂໍ້ສະເໜີຂອງລັດເຊຍ ກ່ຽວກັບການໂອ້ລົມສົນທະນາເປີດກ້ວາງໂດຍມີການເຂົ້າຮ່ວມຂອງທຸກໆກຳລັງການເມືອງ ແລະ ພາກພື້ນຢູ່ ຢູແກຼນ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການປະຕິຮູບລັດຖະທຳມະນູນ./.