(vovworld) - ວັນທີ 11/04, ໂຄສົກທຳນຽບຂາວ ທ່ານ Jay Carney ແຈ້ງໃຫ້ຮູ້ຢ່າງເປັນທາງການວ່າ ອາເມລິກາ ຈະບໍ່ອອກວີຊາ ໃຫ້ທ່ານເອກອັກຄະລັດຖະທູດທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງຂອງອີຣານ ປະຈຳສະຫະປະຊາຊາດ Hamid Aboutalebi ຍ້ອນທ່ານນີ້ມີສ່ວນກ່ຽວຂ້ອງເຖິງວິກິດການຕົວປະກັນອາເມລິກາ ເມື່ອປີ 1979 ຢູ່ອີຣານ. ວໍຊິງເຕັນ ໄດ້ກ່າວຫານັກການທູດດັ່ງກ່າວແມ່ນສະມາຊິກຂອງກຸ່ມມືປືນອິດສະລາມປະກອບອາວຸດ ເຊິ່ງເຄີຍລອກຈັບຕົວຊາວອາເມລິກາ 52 ຄົນ ໃນວິກິດການເມື່ອປີ 1979 ເຮັດໃຫ້ການພົວພັນທາງການທູດລະຫວ່າງອາເມລິກາ ແລະ ອີຣານ ຊົ່ວຮ້າຍລົງ. ເຖິງວ່າທ່ານ Hamid Aboutalebi ຢືນຢັນວ່າ ທ່ານບໍ່ເຂົ້າຮ່ວມເຫດການລອກຈັບຕົວດັ່ງກ່າວ, ແຕ່ຝ່າຍອາເມລິກາ ຍັງກ່າວຜູກໂທດທ່ານແມ່ນພາກສ່ວນກໍ່ການຮ້າຍ.