ການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ນັບມື້ນັບເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ແໜ້ນແຟ
(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ)
(vovworld) – ຕໍ່ໜ້າການໄປຢ້ຽມຢາມທາງລັດຖະກິດເຖິງສ.ເກົາຫຼີ, ໃນລະຫວ່າງວັນທີ 01 – 04/10, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Yonnhap ຂອງສ.ເກົາຫຼີ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ: ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ພັດທະນາດີພໍສົນຄວນໃນຫຼາຍຂົງເຂດ. ກ່ຽວກັບດ້ານເສດດຖະກິດ, ສ.ເກົາຫຼີ ໄດ້ກາຍເປັນນັກລົງທຶນຢືນອັນດັບ 2, ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ; ການຊ່ວຍເຫຼືອພັດທະນາຂອງສ.ເກົາຫຼີ ໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ; ມີວິສາຫະກິດສ.ເກົາຫຼີ ຫຼາຍແຫ່ງພວມລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ. ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດໄດ້ຮັບການເປີດກວ້າງ, ແຕ່ລະປີມີປະຊາຊົນ 2 ປະເທດເກືອບ 1 ລ້ານຄົນຢ້ຽມຢາມເຊິ່ງກັນ ແລະ ກັນ… ນີ້ແມ່ນພື້ນຖານດ້ານສັງຄົມທີ່ສຳຄັນໃຫ້ແກ່ການພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືຢ່າງດີງາມ, ໝັ້ນຄົງຍາວນານລະຫວ່າງ 2 ຊາດຫວຽດນາມ - ສ.ເກົາຫຼີ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຊື່ອໝັ້ນຕໍ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ຈະແມ່ນການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈດ້ວຍບັນດາການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງ 2 ປະເທດເປັນປະຈຳ, ພ້ອມກັບບັນດາກົນໄກເຈລະຈາຍຸດທະສາດ ແລະ ຮ່ວມມືທີ່ນັບມື້ນັບແໜ້ນແຟ້ນໃນທຸກຂົງເຂດ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຢືນຢັນວ່າ: ຫວຽດນາມ ຊົມເຊີຍ ແລະ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ, ພິເສດແມ່ນສົ່ງເສີມການລົງທຶນເຂົ້າໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວ…
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖືວ່າ: ສັນຍາການຄ້າເສລີລະຫວ່າງ 2 ປະເທດ ໄດ້ຮັບລົງນາມໃນອະນາຄົດ ຈະແມ່ນກາລະໂອກາດໃໝ່ເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະຈະມາເຖິງ, ແມ່ນມາດຕະການສຳຄັນ ປະກອບສ່ວນປະຕິບັດຖະແຫຼງການຮ່ວມລະຫວ່າງຫວຽດນາມ - ສ.ເກົາຫຼີ ເພື່ອຄວາມວັດຖະນາຖາວອນລວມ, ເພື່ອຜົນປະໂຫຍດຂອງ 2 ປະເທດ.